Ad

Ad

21 June 2016

ອາຊຽນ +3 ຫາລືແຜນການສ້າງຄັງແຮນ້້ຳມັນເຊື້ອໄຟ

          ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ຮ່ວມກັບສະຖາບັນເສດຖະສາດພະລັງງານແຫ່ງປະເທດຍີ່ປຸ່ນ ໄດ້ຈັດກອງປະຊຸມຄັ້ງທີ 4 ອາຊຽນ + 3 ຫາລືແຜນການສ້າງຄັງແຮນ້ຳມັນເຊື້ອໄຟ ແລະ ກອງປະ ຊຸມຄັ້ງທີ 13 ອາຊຽນ + 3 ວ່າດ້ວຍຄວາມໝັ້ນຄົງດ້ານພະລັງງານ ຂຶ້ນທີ່ນະຄອນຫລວງວຽງຈັນ, ໃນວັນທີ 20-21 ມີຖຸນານີ້, ໂດຍມີບັນດາຜູ້ແທນປະເທດສະມາ ຊິກອາຊຽນ +3  ເຂົ້າຮ່ວມຢ່າງພ້ອມພຽງ.
          ທ່ານ ດາວວົງ ພອນແກ້ວ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ແຈ້ງໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ ເພື່ອສັງລວມຂໍ້ມູນປະຈໍາປີກ່ຽວກັບຄວາມຄືບໜ້າຂອງກິດຈະກໍາ ແລະ ການຮ່ວມມຶດ້ານ
ພະລັງງານ ຂອງປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ ໃນຂອບອາຊຽນ + 3 ກໍຄື ສປ ຈີນ, ສ ກົາຫລີ ແລະ ຍີ່ປຸ່ນ, ໂດຍມີເນື້ອໃນສໍາຄັນ ໃນການສືບຕໍ່ສຶກສາແຜນສ້າງຄັງແຮນ້ຳມັນເຊື້ອໄຟຂອງແຕ່ລະປະເທດ  ເພື່ອແກ້ໄຂບັນຫາການຂາດແຄນນ້ຳມັນໃນພາວະສຸກເສີນ ແລະ ປຶກສາຫາລື ກ່ຽວກັບການສ້າງຄວາມອາດສາມາດດ້ານບຸກຄະລາກອນຂອງປະເທດສະມາຊິກອາ ຊຽນ ເພື່ອຄຸ້ມຄອງຄັງແຮນ້ຳມັນເຊື້ອໄຟ ແລະ ຄວາມໝັ້ນຄົງດ້ານພະລັງງານ, ໂດຍໄດ້ເນັ້ນໃສ່ການພັດທະນາການເຊື່ອມຈອດທໍ່ແກັດ ລະຫວ່າງ ປະເທດທີ່ມີທ່າອ່ຽງໃນການຊົມໃຊ້ເພີ່ມຂຶ້ນ, ພະລັງງານ ນີວເຄຣຍ ເພື່ອຜະລິດໄຟຟ້າ ໃນການພັດທະນາແບບຍືນຍົງໃນພາກພື້ນ, ເພື່ອກະກຽມລາຍງານ ໃຫ້ແກ່ກອງປະຊຸມເຈົ້າໜ້າທີ່ອາວຸໂສພະລັງງານຄັ້ງທີ 34 ຈະຈັດຂຶ້ນ ທີ່ປະເທດມຽນມາ ໃນລະຫວ່າງກາງເດືອນກໍລະກົດ 2016 ນີ້.

          ທ່ານ ດາວວົງ ພອນແກ້ວ ໃຫ້ຮູ້ຕື່ມວ່າ: ພະລັງງານຖືເປັນປັດໄຈສໍາຄັນໃນການດໍາລົງຊີວິດ ແລະ ການພັດທະນາເສດຖະກິດ, ສໍາລັບສປປ ລາວ. ໃນປີ 2014 ຜ່ານມາ ການນໍາໃຊ້ນ້ຳມັນເຊື້ອໄຟມີປະລິມານ 1.019 ລ້ານລິດ. ໂດຍມີການນໍາເຂົ້າ 100%. ໃນນັ້ນ, ປະມານ 80% ນໍາເຂົ້າຈາກປະເທດໄທ ແລະ 20% ນໍາເຂົ້າຈາກ ສສ ຫວຽດນາມ, ປັດຈຸບັນ ມີບໍລິສັດຜູ້ໃຫ້ບໍລິການນ້ຳມັນເຊື້ອໄຟ 22 ບໍລິ ສັດ ແລະ ສະຖານີບໍລິການຫລາຍກວ່າ 1.200 ແຫ່ງ.

No comments:

Post a Comment