Ad

Ad

23 June 2016

ທົ່ວປະເທດສາມາດປະຕິບັດນະໂຍບາຍເກີດລູກ ແລະ ປິ່ນປົວເດັກລຸ່ມ 5 ປີລົງມາໂດຍບໍ່ເສຍຄ່າ

    ນີ້ແມ່ນຜົນສເລັດຢ່າງໜ້າເພິ່ງພໍໃຈຂອງຂະແໜງສາທາລະນະສຸກປະເທດເຮົາ, ພາຍຫລັງທ່ານຮອງລັດຖະມົນຕີກະຊວງດັ່ງກ່າວ ຄຳພອນ ພຸດທະວົງ ໄດ້ປະກາດຢູ່ໃນກອງປະຊຸມພົບປະກັບພະນັກງານອາວຸໂສບຳນານກະຊວງຂອງຕົນ ເມື່ອມໍ່ໆມານີ້ວ່າ: ມາຮອດປັດຈຸບັນ ໂຮງໝໍຕ່າງໆຢູ່ທົ່ວປະເທດເຮົາສາມາດປະຕິບັດນະໂຍບາຍບໍລິການເກີດລູກ ແລະ ປິ່ນປົວເດັກອາຍຸຕໍ່າກວ່າ 5 ປີລົງມາໂດຍບໍ່ເສຍຄ່າບໍລິການໃດໆ, ພ້ອມໄດ້ສ້າງກອງທຶນສຳລັບຜູ້ທຸກຍາກຢູ່ 18 ແຂວງໄດ້ແລ້ວ ເພື່ອອຳນວຍຄວາມສະດວກໃຫ້ຜູ້ທຸກຍາກຂາດເຂີນໄດ້ເຂົ້າເຖິງການບໍລິການສາທາລະນະສຸກດີຂຶ້ນ.


    ທ່ານ ຄພອນ ພຸດທະວົງ ໃຫ້ຮູ້ວ່າ: ດ້ວຍຄວາມພະຍາຍາມພັດທະນາຕົນເອງ, ມາຮອດປັດຈຸບັນຕາໜ່າງສາທາລະນະສຸກໄດ້ຂະຫຍາຍຕົວກວ້າງຂວາງ ກວມເອົາທຸກເຂດຊົນນະບົດພູດອຍຫ່າງໄກສອກຫລີກຕ່າງໆ, ຖ້າໄລ່ສະເພາະໂຮງໝໍເມືອງມີ 137 ແຫ່ງທີ່ສາມາດໃຫ້ບໍລິການກວດທ້ອງ ແລະ ຊ່ວຍເກີດລູກໄດ້, ໃນນັ້ນມີປະມານ 74% ຂອງໂຮງໝໍດັ່ງກ່າວແມ່ນສາມາດໃຫ້ບໍລິການຜ່າຕັດສຸກເສີນກະທັນຫັນໄດ້ ແລະ ຈຳນວນພະນັກງານແພດໝໍກໍນັບມື້ເພີ່ມຂຶ້ນ ໂດຍສະເລ່ຍທົ່ວປະເທດມີປະມານ 20.000 ກວ່າຄົນແລ້ວ ອັນໄດ້ຊ່ວຍໃຫ້ຂະແໜງສາທາລະນະສຸກສາມາດບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາໄດ້ເປັນຢ່າງດີ ເປັນຕົ້ນສາມາດຫລຸດຜ່ອນອັດຕາການຕາຍຂອງແມ່ຈາກ 357 ຄົນ ໃນປີ 2011 ມາເປັນ 220 ຕໍ່ 1 ແສນຄົນ ໃນປີ 2013, ອັດຕາການຕາຍຂອງເດັກລຸ່ມ 1 ປີລົງມາ ຈາກ 68 ຄົນຕໍ່ 1.000 ຄົນ ໃນປີ 2011 ມາເປັນ 62 ຄົນ ໃນປີ 2013 ແລະ ອັດຕາສ່ວນການເກີດລູກມີແພດຊ່ວຍກໍເພີ່ມຂຶ້ນຈາກ 42% ໃນປີ 2011 ມາເປັນ 58% ໃນປີ 2013 ແລະ ວຽກງານບໍລິການອື່ນໆກໍມີຄຸນນະພາບດີຂຶ້ນເຊັ່ນກັນ.

No comments:

Post a Comment