Ad

Ad

23 June 2016

ຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ແທນ ສປ ຈີນ

          ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຄ່ຳນັບຂອງທ່ານ ຫວັງ ສຽວທາວ, ຮອງປະທານຄະນະກຳມະການພັດທະນາ ແລະ ປະຕິ ຮູບ ສປ.ຈີນ ພ້ອມຄະນະ, ໃນວັນທີ 22 ມິຖຸນານີ້, ໃນໂອກາດເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ເພື່ອຮັດແຫນ້ນການພົວພັນຮ່ວມມືຂອງສອງປະເທດລາວ-ຈີນ.
          ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວເຮັດວຽກຂອງຄະນະຜູ້ແທນ ສປ.ຈີນ ຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ລາວ-ຈີນ ໃຫ້ນັບມື້ຫນັກແຫນ້ນເຂັ້ມແຂງຍິ່ງຂຶ້ນ, ໂດຍສະເພາະ ແມ່ນສອງຝ່າຍໄດ້ເອົາໃຈໃສ່ຢ່າງ ຕັ້ງຫນ້າເຂົ້າໃນການສົ່ງເສີມການຮ່ວມມື ແລະ
ແລກປ່ຽນບົດຮຽນຮ່ວມກັນ ເພື່ອຍົກສູງຂີດຄວາມສາມາດ ວຽກງານການປັບປຸງ ກໍຄືພັດທະນາເສດຖະກິດໃຫ້ມີຄວາມເຂັ້ມແຂງຮອບດ້ານ, ພ້ອມທັງນໍາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນຂອງສອງຊາດ ລາວ-ຈີນ.

          ພ້ອມນີ້ ຮອງປະທານຄະນະກຳມະການ ພັດທະນາ ແລະ ປະຕິຮູບ ສປ.ຈີນ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ, ເຊິ່ງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຄັ້ງນີ້ ແມ່ນປະຕິບັດຕາມຄຳສັ່ງແນະນຳຂອງການນຳຂັ້ນສູງຂອງ ສປ.ຈີນໃນການຮ່ວມມືຊ່ວຍເຫລືອການພັດ ທະນາເສດຖະກິດ-ສັງຄົມຂອງ ສປປລາວ. ພ້ອມນັ້ນ, ໄດ້ມີການຫາລືໃນວຽກງານ ກໍ່ສ້າງໂຄງການ ທາງລົດໄຟລາວ-ຈີນ ແລະ ເສັ້ນທາງລົດໄຟເຊື່ອມຕໍ່ຫນອງຄາຍ-ບາງກອກ (ປະເທດໄທ) ອີກດ້ວຍ.

No comments:

Post a Comment