Ad

Ad

2 June 2016

ທະນາຄານລາວ-ຫວຽດນາມ ເພີ່ມທະວີຮ່ວມມືດ້ານການພິມທະນະບັດ

     ຄະນະຜູ້ບໍລິຫານລະດັບສູງໂຮງພິມທະນະບັດ ທະນາຄານແຫ່ງລັດ ສສ ຫວຽດນາມ ເຊິ່ງນໍາໂດຍທ່ານ ເຈິນ ວັນ ຕ້ຽນ ຜູ້ອໍານວຍການໃຫຍ່ໂຮງພິມທະນະບັດ ທະນາຄານແຫ່ງລັດຫວຽດນາມໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະແລກປ່ຽນ ບົດຮຽນດ້ານວິຊາການ ການພິມທະນະບັດຢູ່ ສປປ ລາວ ລະຫວ່າງ ທ້າຍເດືອນພຶດສະພານີ້ ການພົບປະດັ່ງກ່າວຝ່າຍລາວໄດ້ນໍາສະເໜີປະຫວັດ ແລະ ການເຄື່ອນໄຫວຂອງໂຮງພິມ ພ້ອມທັງການຈັດພິມທະນະບັດໃນໄລຍະຜ່ານມາທີ່ມີທັງຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກ, ບັນຫາ ແລະ ວິທີແກ້ໄຂ ໂດຍໄດ້ຮັບການຊີ້ນໍາຈາກລັດຖະບານກໍຄືຄະນະຜູ້ວ່າ ການທະນາແຫ່ງ ສປປ ລາວຈຶ່ງເຮັດໃຫ້ວຽກງານການພິມດໍາເນີນໄປດ້ວຍດີ, ສໍາລັບໂຮງພິມທະນະບັດຫວຽດນາມ ແມ່ນໄດ້ຮັບການສ້າງຕັ້ງຂຶ້ນ
20 ກ່ວາປີ ເຊິ່ງໄດ້ມີການປັບປຸງ ແລະ ພັດທະນາເລື້ອຍມາໂດຍໄດ້ນໍາໃຊ້ເຄື່ອງຈັກທີ່ທັນສະໄໝ, ບຸກຄະລາກອນມືອາຊີບ, ນໍາໃຊ້ອຸປະກອນການພິມລະດັບສາກົນ ແລະ ຍາກຕໍ່ການປອມແປງ, ປະຈຸບັນ ສສ ຫວຽດນາມ ສາມາດພິມເງິນດົ້ງ ( ສະກຸນເງິນຫວຽດນາມ ) ດ້ວຍຕົນເອງ.
            ການພົບປະແລກປ່ຽນ ແລະ ປຶກສາຫາລືດ້ານວິຊາການໃນຄັ້ງນີ້  ຝ່າຍຫວຽດນາມມີຄວາມ ຮູ້ເຕັກນິກວິຊາການໃນດ້ານການພິມທະນະບັດກໍມີຄວາມຈິງໃຈຖ່າຍທອດບົດຮຽນອັນລໍ້າຄ່າໃຫ້ແກ່ພະນັກງານການພິມທະນະບັດຂອງລາວ ແລະ ຈະໃຫ້ການຮ່ວມມືຊ່ວຍເຫຼືອຍົກລະດັບດ້ານວິຊາການແກ່ ສປປ ລາວໃນອະນາຄົດ, ນອກຈາກການຮ່ວມມືດ້ານວິຊາການແລ້ວ ທັງສອງຝ່າຍຍັງມີຄວາມຍິນດີທີ່ຈະມີການແລກປ່ຽນດ້ານກິລາ ແລະ ອື່ນໆຕາມການເຫັນດີຂອງ 2 ຝ່າຍ.
          ຈາກນັ້ນ, ຄະນະຜູ້ບໍລິຫານລະດັບສູງໂຮງພິມຂອງຫວຽດນາມ ກໍໄດ້ເຄື່ອນໄຫວຢ້ຽມຊົມໂຮງພິມທະນະບັດຂອງລາວ ແລະໃນຕອນແລງຂອງວັນດຽວກັນຄະນະດັ່ງກ່າວໄດ້ເຂົ້າຢ້ຽມຂໍ່ານັບທ່ານ ປອ ສົມພາວ ໄຟສິດ ກໍາມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ທະນາ ຄານກາງ ເຊິ່ງທ່ານ ເຈິນ ວັນຕ້ຽນ ໄດ້ແຈ້ງຜົນການພົບປະ ລະຫວ່າງສອງໂຮງພິມທະນະບັດຂອງຫວຽດນາມ ແລະ ລາວ, ພ້ອມສະເໜີປະຫວັດ, ການເຄື່ອນວຽກງານຂອງໂຮງພິມທະນະບັດຂອງຫວຽດນາມໃນໄລຍະຜ່ານມາ ແລະ ຍັງຢືນຢັນວ່າພ້ອມຈະໃຫ້ການຮ່ວມມືຊ່ວຍເຫຼືອພະນັກງານໂຮງພິມທະນະບັດຂອງລາວໃຫ້ມີຄວາມເຂັ້ມແຂງດີຂຶ້ນ.
         ທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ການພົວພັນ ແລະຮ່ວມມືຮອບ ດ້ານລະຫວ່າງ 2 ພັກ, 2 ລັດ ແລະປະຊາຊົນສອງຊາດ ໂດຍສະເພາະທະນາຄານແຫ່ງລັດ ສສ ຫວຽດນາມ ເຊິ່ງຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການໃຫ້ແກ່ລາວ ເຊິ່ງນັບແຕ່ກ່ອນການສ້າງຕັ້ງທະນາຄານຂອງຝ່າຍປະເທດລາວ ເປັນຕົ້ນມາສສ ຫວຽດນາມ ໄດ້ໃຫ້ການຊ່ວຍ ເຫຼືອກໍ່ສ້າງພະນັກງານໃຫ້ລາວຈົນມາເຖິງປັດຈຸບັນນີ້ ກໍຍິ່ງເພີ່ມທະວີຂຶ້ນເປັນການປະກອບສ່ວນອັນສົມກຽດເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບແບບພິເສດ ແລະການຮ່ວມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມທີ່ມີມາແລ້ວນັ້ນໃຫ້ໝັ້ນຄົງຂະໜົງແກ່ນ.

                         # ຂ່າວ-ພາບ: ຣັດສະໝີ ດວງສັດຈະ

No comments:

Post a Comment