Ad

Ad

14 June 2016

ຜົນສຳເລັດການຢ້ຽມຢາມທາງລັດຖະກິດ ສປປ ລາວ ຂອງປະທານປະເທດ ສສ ຫວຽດນາມ ເຈີນ ດ້າຍ ກວາງ

          ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເຈີນ ດ້າຍ ກວາງ, ປະທານປະເທດ ແຫ່ງ ສາທາລະ ນະລັດ ສັງຄົມນິຍົມ ຫວຽດນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ສາທາລະ ນະລັດ ປະຊາທິປະໄຕປະຊາຊົນລາວ ແຕ່ວັນທີ 12-14 ມິຖຸນາ 2016, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດລາວ ແລະ ຫວຽດນາມ.

          ການເດີນທາງຢ້ຽມຢາມ ທາງລັດຖະກິດສປປ ລາວ ຂອງສະຫາຍ ເຈີນ ດ້າຍ ກວາງປະທານປະເທດແຫ່ງ ສສ. ຫວຽດນາມ ພ້ອມຄະນະ ຖືເປັນການເຄື່ອນໄຫວຕ່າງປະເທດຄັ້ງທຳອິດ ພາຍຫລັງທີ່ໄດ້ຮັບການເລືອກຕັ້ງ ເພື່ອເປັນການຢັ້ງຢືນເຖິງການເສີມຂະຫຍາຍ ສາຍພົວພັນມິດຕະ ພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຫວຽດ ນາມທີ່ມີມາແຕ່ດົນນານ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ພ້ອມທັງສະແດງເຖິງລັກສະນະພິເສດ ຂອງສາຍພົວພັນຮ່ວມມືລາວ ແລະ ຫວຽດນາມ ທີ່ມີໜຶ່ງດຽວໃນໂລກ.
          ສະຫາຍ ບຸນຍັງ ວໍລະຈິດ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ, ຖືວ່າການຢ້ຽມຢາມຂອງປະທານປະເທດຫວຽດນາມໃນຄັ້ງນີ້ ເປັນການປະກອບສ່ວນສຳຄັນຕໍ່ການເສີມຂະຫຍາຍສາຍພົວພັນຂອງສອງປະເທດໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ສະຫາຍປະທານປະເທດ ຫວຽດນາມ ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໄມຕີຈິດຖານມິດສະຫາຍອ້າຍນ້ອງ, ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ພັກ-ລັດ ແລະ ປະຊາຊົນລາວຍາດມາໄດ້, ອວຍພອນຜົນສຳເລັດຂອງ ກອງປະຊຸມໃຫຍ່ ຄັ້ງທີ Xຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8 ແລະ ສະພາປະຊາ ຊົນແຂວງ, ອວຍພອນສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່, ປະ ທານປະເທດ ແຫ່ງ ສປປ ລາວ, ສະແດງຄວາມຫວັງວ່າ ພັກ-ລັດຖະບານລາວ ຈະຈັດຕັ້ງປະຕິບັດສຳເລັດມະຕິ X ຂອງຄະນະບໍລິຫານງານສູນກາງພັກແລະ ແຜນການ 5ປີ ຄັ້ງທີ 8 (2016-2020), ການເປັນປະທານອາຊຽນໃນປີ 2016 ຂອງ ສປປ ລາວ, ພ້ອມນີ້ ສະຫາຍບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຫວຽດນາມ, ຊົມເຊີຍຕໍ່ຜົນສຳເລັດໃນການສ້າງພັດທະນາຂອງຫວຽດນາມ.
          ພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໄດ້ຖືກຈັດຂຶ້ນທີ່ ທຳນຽບປະທານປະເທດ, ຫຼັງຈາກນັ້ນແມ່ນມີການພົບປະສອງຝ່າຍ. ໃນການພົບປະຄັ້ງນີ້ສອງຝ່າຍໄດ້ສະແດງຄວາມພໍໃຈຕໍ່ການພົວພັນຮ່ວມມືທີ່ມີການພັດທະນາດີຕະຫຼອດມາ, ການພົວພັນທຸກຂົງເຂດຂະຫຍາຍຕົວ, ສອງຝ່າຍຢັ້ງ ຢືນວ່າຈະໃຫ້ບູລິມະສິດສູງແກ່ການພັດທະນາ ສາຍພົວພັນຂອງສອງປະເທດ, ເຊິ່ງຖືເປັນກົດເກນແຫ່ງການຂະຫຍາຍຕົວ ແລະ ຄົງຕົວຂອງສອງປະເທດ; ສອງຝ່າຍເປັນເອກະພາບກັນຈັດຕັ້ງປະຕິບັດ ການຕົກລົງຂອງສອງກົມການເມືອງ, ຂອງລັດຖະບານ, ບັນດາຂໍ້ຕົກລົງ ແລະ ບົດບັນທຶກຕ່າງໆ ໃນນັ້ນ ມີຖະແຫຼງການຮ່ວມຂອງສອງປະເທດ ໃນໂອກາດສະຫາຍ ບຸນຍັງ ວໍລະຈິດ ຢ້ຽມຢາມ ສສ.           ຫວຽດນາມ ໃນເດືອນ ເມສາ ຜ່ານມານີ້; ສອງຝ່າຍເປັນເອກະພາບກັນ ສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນສູງກາງຈົນເຖິງຂັ້ນທ້ອງຖິ່ນ, ເສີມຂະຫຍາຍການປະຕິບັດງານຂອງກົນໄກການຮ່ວມມືສອງຝ່າຍ, ຍົກສູງການພົວພັນຮ່ວມມືໃນທຸກຂົງເຂດ; ສອງຝ່າຍເຫັນດີ ຍົກສູງການຮ່ວມມືກັນໃນບັນ ດາຂໍ້ຕົກລົງ-ອານຸສັນຍາຕ່າງໆ ເຊັ່ນ ດ້ານວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຄຸ້ມຄອງຊາຍແດນ, ສັນຍາການຄ້າ, ການຄ້າຊາຍແດນ, ສຶກສາ, ລວມທັງເສີມຂະຫຍາຍການເຊື່ອມໂຍງທາງດ້ານເສດຖະກິດ ເປັນຕົ້ນແມ່ນ ດ້ານພະລັງງານ, ການຄົມມະນາຄົມຂົນສົ່ງ; ສອງຝ່າຍເຫັນດີຈະຈັດພິທີສະເຫຼີມສະຫຼອງ ວັນຄົບຮອບ 55 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ ແລະ ວັນຄົບຮອບ 40 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ໃນປີ 2017 ຢ່າງຟົດຟື້ນ ແລະ ມີຄວາມໝາຍ; ສອງຝ່າຍເຫັນວ່າສະພາບການໃນພາກພື້ນ ແລະ ສາກົນ ມີຄວາມສະຫຼັບຊັບຊ້ອນ, ສະນັ້ນສອງຝ່າຍເປັນເອກະພາບກັນຈະສືບຕໍ່ປຶກສາຫາລື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພື່ອປະກອບສ່ວນມນການຮັກສາສັນຕິພາບ, ສະເຖຍລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນ ແລະ ສາກົນ, ປະສານພົວພັນກັນໃນເວທີພາກພື້ນ ແລະ ສາກົນ ເປັນຢ່າງດີ ເປັນຕົ້ນແມ່ນ ສປຊ, ອາຊຽນ, ກົນໄກການຮ່ວມມືພາກພື້ນຕ່າງໆ, ສືບຕໍ່ສ້າງປະຊາຄົມອາຊຽນ, ເສີມຂະຫຍາຍຄວາມສາມັກຄີເປັນແກ່ນກາງຂອງອາຊຽນ; ປະທານປະເທດຫວຽດນາມຢືນຢັນການສະໜັບສະໜູນຢ່າງເຕັມສ່ວນການເປັນປະທານອາຊຽນຂອງລາວ; ສອງຝ່າຍຈະປະສານກັບປະເທດອື່ນໆໃນການໝູນໃຊ້ແມ່ນ້ຳຂອງຢ່າງມີປະສິດທິຜົນ; ສອງຝ່າຍເນັ້ນໜັກເຖິງຄວາມສຳຄັນຂອງການປົກປັກຮັກສາສັນຕິພາບ, ສະເຖຍລະພາບ, ຄວາມສະຫງົບປອດໄພຢູ່ ທະເລຈີນໃຕ້, ເປັນເອກະພາບກັນຊຸກຍູ້ການແກ້ໄຂບັນຫາຂໍ້ຂັດແຍ້ງໃນທະເລຈີນໃຕ້ ໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ; ຮ່ວມກັບຝ່າຍຕ່າງໆປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍທີ່ກ່ຽວຂ້ອງຢູ່ ທະເລຈີນໃຕ້ ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ກ້າວໄປສູ່ການບັນລຸຫລັກການກ່ຽວກັບການປະພຶດຂອງບັນດາຝ່າຍທີ່ກ່ຽວຂ້ອງໃນທະເລຈີນໃຕ້ ແນ່ໃສ່ການປົກປັກຮັກສາສັນຕິພາບ, ສະເຖຍລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
          ການພົບປະສອງຝ່າຍໄດ້ດຳເນີນໄປດ້ວຍບັນຍາກາດສະໜິດສະໜົມ, ເພື່ອນມິດ, ສະຫາຍອ້າຍນ້ອງ ເຊື່ອໝັ້ນ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ. ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ປະທານປະເທດຫວຽດນາມໄດ້ມອບຂອງຂວັນ ເປັນໂຮງຮຽນໜຶ່ງຫຼັງ ມີມູນຄ່າ 1 ລ້ານໂດລາ ໃຫ້ແກ່ແຂວງເຊກອງ ເພື່ອເປັນການພັດທະນາການສຶກສາຢູ່ແຂວງເຊກອງ.
          ໃນຕ່ອນບ່າຍວັນດຽວກັນ ສະຫາຍ ເຈີນ ດ້າຍ ກວາງ ກໍ່ໄດ້ພົບປະກັບ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ; ພົບປະກັບ ສະຫາຍ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ທີ່ ຫ້ອງວ່າການສະພາແຫ່ງຊາດ; ພົບປະກັບ ສະ ຫາຍ ຈູມມາລີ ໄຊຍະສອນ, ອະດີດປະທານປະເທດ ແຫ່ງ ສປປ ລາວ; ພົບປະກັບ ສະຫາຍ ທອງສິງ ທຳມະວົງ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ພົບປະຢ້ຽມຢາມຄອບຄົວ ປະທານ ໄກສອນ ພົມວິຫານ, ຄອບຄົວ ປະທານ ສຸພານຸວົງ.
          ໃນຕອນຄໍ່າຂອງວັນດຽວກັນ ສະຫາຍ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຈັດງານລ້ຽງຮັບຮອງເພື່ອເປັນກຽດແກ່ ສະຫາຍປະທານປະເທດຫວຽດນາມ ທີ່ ທຳນຽບປະທານປະເທດ ສປປ ລາວ.

          ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້ ສະຫາຍ ເຈີນ ດ້າຍ ກວາງ ຍັງໄດ້ເດີນທາງໄປຢ້ຽມ ຢາມແຂວງຈຳປາສັກ ແລະ ໄດ້ພົບປະຢ້ຽມຢາມ ສະຫາຍ ຄຳໄຕ ສີພັນດອນ; ໄປຢ້ຽມຢາມ ອານຸສາວະລີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ; ໂຮງງານປຸ່ງແຕ່ງຢ່າງພາລາ ລາວ-ຫວຽດນາມ; ແລະ ໂຮງງານກາເຟດາວ.

No comments:

Post a Comment