Ad

Ad

15 June 2016

ເນັ້ນໃຫ້ຄ້າຍຄຸມຂັງໂພນຕ້ອງເຂັ້ມງວດການກວດກາການປະຕິບັດໜ້າທີ່ຂອງພະນັກງານ

          ໃນໂອກາດໂອ້ລົມຕໍ່ກອງປະຊຸມໜ່ວຍພັກຮາກຖານຄ້າຍຄຸມຂັງໂພນຕ້ອງຂອງທ່ານ ພັນເອກ ສະແຫວງ ພົມມະລີ ຫົວໜ້າກົມຕຳຫລວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ເນັ້ນໃຫ້ຄະນະພັກ-ຄະ ນະນຳຄ້າຍຄຸມຂັງດັ່ງກ່າວກວດກາການປະຕິບັດໜ້າທີ່ຂອງພະນັກງານນັກຮົບໃນກົມກອງຂອງຕົນໃຫ້ດີ ເພື່ອບໍ່ໃຫ້ມີຊ່ອງຫວ່າງ ແລະ ສະພາບອັນບໍ່ດີເກີດຂຶ້ນ, ໂດຍສະເພາະຕ້ອງເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ, ເອົາໃຈໃສ່ຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນວຽກງານປະຈຳການ, ວຽກງານວິຊາສະເພາະ ແລະ ການປ້ອງກັນໃຫ້ເຂັ້ມງວດ-ເດັດຂາດ, ມີການກວດກາຄືນຢ່າງເຄັ່ງຂັດຕໍ່ພະນັກງານ-ນັກຮົບ, ຜູ້ໃດດື້ດ້ານບໍ່ເອົາໃຈໃສ່ຕໍ່ໜ້າທີ່ວຽກງານກໍຕ້ອງມີ
ມາດຕະການສຶກສາອົບຮົມປະຕິບັດວິໄນຕາມລະບຽບກົດໝາຍ, ຜູ້ໃດມີຄວາມຫ້າວຫັນຕັ້ງໜ້າ, ມີຄຸນສົມບັດດີ ແມ່ນໃຫ້ຄົ້ນຄວ້າປະຕິບັດນະໂຍບາຍຢ່າງເໝາະສົມ, ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມນັກໂທດ-ຜູ້ຕ້ອງຫາໃຫ້ເຂົ້າສູ່ລະບຽບຢ່າງເຄັ່ງຄັດ ແລະ ກຳແໜ້ນສະພາບການເຄື່ອນໄຫວການກະທຳຜິດຂອງບັນດາເປົ້າໝາຍຕ່າງໆໃຫ້ໄດ້ຢ່າງຖືກຕ້ອງ ເພື່ອຫລີກ ເວັ້ນຊ່ອງຫວ່າງຕ່າງໆຂອງພວກບໍ່ດີສາມາດກໍ່ ເຫດຂຶ້ນໄດ້, ທັງຮັບປະກັນຄວາມສະຫງົບປອດໄພຢ່າງໜັກແໜ້ນ.

No comments:

Post a Comment