Ad

Ad

2 June 2016

ອາເມລິກາຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານພາສີລາວ

           ເມື່ອບໍ່ດົນມານີ້, ສະຖານທູດອາເມລິກາປະຈຳລາວ, ສະພາທະນາຍຄວາມອາເມລິກາ ແລະ ກົມພາສີ ກະຊວງການເງິນຂອງລາວ ໄດ້ຮ່ວມຈັດຊຸດອົບຮົມວິຊາສະເພາະໃນການຕ້ານການລັກລອບນຳເຂົ້າ-ສົ່ງອອກສິນຄ້າຜິດກົດໝາຍ ແລະ ການໜີພາສີຕ່າງໆ ໂດຍການເຂົ້າຮ່ວມຂອງທ່ານຮອງຫົວໜ້າກົມພາສີ ສົມພິດ ແສງມະນີວົງ ແລະ ທ່ານ ໂນອາ ກິດສະແມນ ຕາງໜ້າສະຖານທູດອາເມລິກາປະຈຳລາວ.
            ທ່ານ ໂນອາ ກິດສະແມນ ກ່າວວ່າ: ລັດຖະບານອາເມລິກາຍິນດີທີ່ຈະໃຫ້ການສະໜັບສະໜູນລາວໃນການຍົກສູງຄວາມອາດສາມາດແກ່ພະນັກງານໃນຂະແໜງພາສີຂອງລາວໃຫ້ເຂັ້ມແຂງ ແລະ ມີປະສິດທິຜົນກວ່າເກົ່າ ເພື່ອຮອງຮັບກັບການບໍລິການທີ່ນັບມື້ເພີ່ມຂຶ້ນ ແລະ ມີຄວາມທັນສະໄໝຫລາຍຂຶ້ນ
ເພື່ອປະກອບສ່ວນໃຫ້ເສດຖະກິດຂອງລາວສືບຕໍ່ເຕີບໃຫຍ່ຂະຫຍາຍຕົວເລື້ອຍໆ. ເຈົ້າໜ້າທີ່ພາສີແມ່ນບຸກຄະລາກອນທີ່ມີຄວາມສຳຄັນຕໍ່ຊາດ ເພື່ອຮັບປະກັນຄວາມປອດໄພທາງດ້ານການຄ້າຢ່າງມີປະສິດທິພາບ ເປັນຕົ້ນການເກັບພາສີອາກອນ, ການຕ້ານການຄ້າຂາຍສິ່ງຜິດກົດໝາຍ ເປັນຕົ້ນຢາເສບຕິດ, ອາວຸດ, ສັດປ່າ ແລະ ການລັກລອບໜີພາສີຕ່າງໆ. ໃນໄລຍະເຝິກອົບຮົມ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວິທີການປະຕິບັດໜ້າທີ່ຂອງສາກົນໃນການຕ້ານການກະທຳຜິດຕ່າງໆ, ໂດຍສະເພາະການອັດຊ່ອງຫວ່າງການສູນເສຍລາຍຮັບພາສີອາກອນ, ການຕ້ານການສໍ້ລາດບັງຫລວງ ແລະ ການຫລີກ ເວັ້ນການກະທຳຜິດໃນກໍລະນີອື່ນໆ ເພື່ອໃຫ້ຜູ້ເຂົ້າຮ່ວມນຳເອົາບົດຮຽນອັນດີດັ່ງກ່າວໄປໃຊ້ເຂົ້າໃນວຽກງານວິຊາສະເພາະຂອງຕົນຢ່າງມີປະສິດທິຜົນສູງ.

      ການເຝິກອົບຮົມດັ່ງກ່າວໂດຍໄດ້ຮັບການສະໜັບສະໜູນຈາກສະຖານທູດສະຫະລັດອາເມລິກາ.

No comments:

Post a Comment