Ad

Ad

6 July 2016

ຮອງລັດຖະມົນຕີແຮງງານລົງຊຸກຍູ້ວຽກງານຢູ່ສູນພັດທະນາ ສີມືແຮງງານ 2 ແຂວງພາກໃຕ້

ໃນຕົ້ນເດືອນນີ້, ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະ ມົນຕີກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ, ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມກວດກາ ແລະ ໂອ້ລົມຊຸກຍູ້ ສູນພັດທະນາສີມືແຮງ ງານ ແຂວງສະຫວັນນະເຂດ ແລະ ສູນພັດທະນາສີມືແຮງງານ ແຂວງອັດຕະປື ເພື່ອແນະນຳໃຫ້ຄະ ນະພະແນກ ແລະ ພະນັກງານ-ລັດຖະກອນຂະແຫນງແຮງງານ ແລະ ສະຫວັດດີການສັງຄົມແຂວງເ ອົາໃຈໃສ່ປະສານສົມທົບກັບຂະແຫນງການອື່ນໆໃຫ້ແໜ້ນແຟ້ນ, ພ້ອມເອົາໃຈໃສ່ປັບປຸງ ແບບແຜນວິ ທີການເຮັດວຽກຂອງຕົນໃຫ້ມີປະສິດທິຜົນ ແລະ ເອົາໃຈໃສ່ຈັດສັນແຜນຄົນ, ແຜນວຽກໃຫ້ກົມກຽວ ແລະ ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະນຳຂອງແຂວງ, ພິເສດແມ່ນ ເນັ້ນໃສ່ວຽກງານຈັດຕັ້ງ-ພະນັກງານ ແລະ
ເພີ່ມທະວີຄວາມສາມັກຄີກັນພາຍໃນໃຫ້ແໜ້ນແຟ້ນກວ່າເກົ່າ, ນອກນີ້ທ່ານຍັງໄດ້ ເນັ້ນ ໃຫ້ສູນພັດທະນາສີມືແຮງງານແຂວງອັດຕະປືພົວພັນກັບກົມພັດທະນາສີມືແຮງງານ ແລະ ຈັດ ຫາງານ, ກົມແຜນການ ແລະ ການຮ່ວມມື ແລະ ສະຖາບັນພັດທະນາສີມື ລາວ-ເກົາຫລີໃນການ ຂຶ້ນ ແຜນເພື່ອຂໍເຄື່ອງມື ແລະ ອຸປະກອນຕ່າງໆນຳມາ ພັດທະນາສີມືແຮງງານໃຫ້ດີກວ່າເກົ່າ.

          ພ້ອມນີ້ ທ່ານຮອງລັດຖະມົນຕີ ຍັງໄດ້ມອບເຄື່ອງ ຊ່ວຍເຫລືອຈຳນວນໜຶ່ງໃຫ້ພະແນກແຮງ ງານ ແລະ ສະຫວັດດີການ ແຂວງອັດຕະປື ຈຳນວນ 10 ແກັດ ເພື່ອນຳໄປແຈກຢາຍໃຫ້ກັບປະ ຊາຊົນຜູ້ທຸກຍາກຂາດເຂີນ.

No comments:

Post a Comment