Ad

Ad

6 July 2016

ສັງຄົມເປັນຫ່ວງຂອດບໍລິການຂອງແພດໝໍຈຳນວນໜຶ່ງ

               ຄືຮູ້ນຳກັນວ່າ: ຄວາມເຈັບເປັນ ຫລືສຸຂະພາບຮ່າງກາຍບໍ່ແຂງແຮງຍ້ອນມີພະຍາດມາ ບຽດບຽນແມ່ນສິ່ງທີ່ບໍ່ເພິ່ງປາດຖະໜາຂອງຄົນເຮົາ, ແຕ່ເມື່ອເກີດຂຶ້ນແລ້ວ ການບໍ່ໄດ້ຮັບການ ຕ້ອນຮັບ ຫລື ປິ່ນປົວທີ່ດີນຳແພດໝໍກໍຍິ່ງເປັນສິ່ງທີ່ບໍ່ປາດຖະໜາເຊັ່ນກັນ ເຊິ່ງບັນຫານີ້ສັງຄົມຍັງ ມີຄວາມເປັນຫ່ວງ ແລະຕ້ອງການໃຫ້ພາກສ່ວນກ່ຽວຂ້ອງເພີ່ມທະວີການສຶກສາອົບຮົມບົ່ມສອນພະ ນັກງານແພດໝໍຂອງຕົນເປັນປະຈຳໃນດ້ານການເມືອງແນວຄິດ, ຈັນຍາບັນ-ຈັນຍາທຳ ລວມເຖິງ ຄວາມອ່ອນນ້ອມໃນການເວົ້າຈານຳຄົນເຈັບ ຫລື ຍາດພີ່ນ້ອງຂອງເຂົາເຈົ້າໃຫ້ສົມກັບເປັນທີ່ເພິ່ງ ຂອງປະຊາຊົນຜູ້ເຈັບໄຂ້ໄດ້ປ່ວຍໃຫ້ມີກຳລັງໃຈປິ່ນປົວຮັກສາ ແລະ ຜ່ານມາເຫັນວ່າຍັງມີກະ ແສຕຳ ນິວິຈານຈາກສັງຄົມບໍ່ໜ້ອຍຕໍ່ການໃຫ້ບໍລິການຂອງແພດໝໍຈຳນວນໜຶ່ງໃນໂຮງໝໍບາງແຫ່ງທີ່ຍັງມີລັກສະນະເວົ້າຈາແຂງກະດ້າງ, ບໍ່ເອົາໃຈໃສ່ຕໍ່ການປະຕິບັດໜ້າທີ່ຂອງຕົນດີເທົ່າທີ່ຄວນ, ມີບາງຄົນ ກວດສຸຂະພາບໃຫ້ຄົນເຈັບທີ່ມີຖານະຍາກຈົນກໍເຮັດແບບແປະໆບາງໆພໍແລ້ວມື, ແຕ່ກົງກັນຂ້າມ ຖ້າຄົນເຈັບອ່າວມີຖານະດີແດ່ພາກັນຫຸ້ມໃສ່ປານແມວ
ເຫັນປາ, ແພດບາງຄົນເວລາເວົ້າກັບຄົນເຈັບ ແບບບໍ່ມີອາລົມ, ຂາດມາລະຍາດ ແລະ ບໍ່ສຸພາບ. ຕົວຢ່າງເມື່ອບໍ່ດົນນີ້ ມີເພື່ອນຜູ້ອ່ານຄົນໜຶ່ງທີ່ໄປ ກວດສຸຂະພາບຢູ່ໂຮງໝໍໃຫຍ່ແຫ່ງໜຶ່ງໃນນະຄອນຫລວງວຽງຈັນ ເຊິ່ງຜູ້ກ່ຽວເປັນພະຍາດຕັບອ່ອນ ເພຍ, ໃນເວລາກວດສຸຂະພາບນັ້ນ ທ່ານໝໍບອກວ່າ: ຄັນຢາກຕາຍໄວໃຫ້ກິນເຫລົ້າ ກິນເບຍໂລດ, ຜູ້ຂຽນໄດ້ຍິນແນວນັ້ນກໍຕົກໃຈນຳ ແລະ ຍັງມີອີກຫລາຍໆກໍລະນີທີ່ສັງຄົມຈົ່ມວ່າຕໍ່ຂອດບໍລິການຂອງ ແພດໝໍເຮົາ. ສະນັ້ນຖ້າພາກສ່ວນກ່ຽວຂ້ອງບໍ່ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວກໍຍິ່ງເຮັດໃຫ້ພາບພົດຂອງ ວົງການແພດ ລາວເຮົາເຊື່ອມເສຍ ຍ້ອນພະນັກງານແພດໝໍຈຳນວນໜຶ່ງຍັງຂາດຈັນຍາບັນ-ຈັນຍາທຳ ຄືດັ່ງສຸພາສິດ ກ່າວໄວ້ວ່າ: ປາໂຕດຽວເໜົ່າເໝັນໝົດຂ້ອງແລະ ສະພາບການໄປປິ່ນປົວສຸ ຂະພາບຂອງປະຊາຊົນຢູ່ຕ່າງປະເທດກໍຈະເພີ່ມສູງຂຶ້ນພຽງເຫດຜົນທີ່ວ່າຂອດບໍລິການຂອງເຂົາ ເຈົ້າດີກວ່າເທົ່ານັ້ນ.

No comments:

Post a Comment