Ad

Ad

6 July 2016

ລາວ ແລະ ໄອເອັມຊີ ລົງນາມ MOU ໂຄງການສະໜັບ ສະໜູນປ່ອຍກູ້ຫລັກຊັບຄ້ຳປະກັນໄລຍະ II

               ພິທີລົງນາມບົດບັນທຶກຄວາມເຂົ້າໃຈ MOU ໃນໂຄງການສົ່ງເສີມການປ່ອຍກູ້ ໂດຍໃຊ້ ອະສັງຫາລິມະຊັບເປັນຫລັກຊັບຄ້ຳປະກັນໄລຍະ II ລະຫວ່າງທ່ານຮອງລັດຖະມົນຕີກະຊວງການເງິນ ນາງ ທິບພະກອນ ຈັນທະວົງສາ ແລະ ທ່ານຮັກສາການຫົວໜ້າຫ້ອງການການເງິນສາກົນ (IFC) ປະຈຳລາວ, ກຳປູເຈຍ ແລະ ຫວຽດນາມ ຈອດ ໂຈເຊບ ໄດ້ມີຂຶ້ນໃນຕອນບ່າຍວັນທີ 5 ກໍລະກົດນີ້ ຢູ່ກະຊວງການເງິນເພື່ອສືບຕໍ່ຊ່ວຍເຫລືອລາວໃນການສ້າງລະບຽບກົດໝາຍກ່ຽວກັບການຄ້ຳປະກັນການປະຕິບັດສັນຍາ ແລະ ການສ້າງຕັ້ງລະບົບຈົດທະບຽນການຄ້ຳປະກັນດ້ວຍອະສັງຫາລິມະຊັບ ເພື່ອ ຊ່ວຍໃຫ້ບັນດາທຸລະກິດຂະໜາດນ້ອຍ ແລະ ກາງສາມາດນຳໃຊ້ອະສັງຫາລິມະຊັບເຊັ່ນ: ວັດຖຸມີຄ່າ, ກົນຈັກ, ພາຫະນະ, ສິນຄ້າ,
ວັດຖຸດິບທາງການຜະລິດ, ຜົນຜະລິດກະສິກຳ ລວມເຖິງຊັບສິນທາງ ປັນຍາອື່ນໆມາເປັນຫລັກຊັບຄ້ຳປະກັນໃນການກູ້ຢືມຈາກທະນາຄານ ແລະ ສະຖາບັນການເງິນ. ນອກຈາກນີ້ ອົງການ IFC ຍັງສືບຕໍ່ສົ່ງເສີມບັນດາທະນາຄານທຸລະກິດໃນລາວປ່ອຍກູ້ ໂດຍຮັບເອົາ ອະສັງຫາລິມະຊັບເປັນຫລັກຊັບຄ້ຳປະກັນ ດ້ວຍການສ້າງຄວາມອາດສາມາດດ້ານການເງິນ ແລະ ຜະລິດຕະພັນການເງິນທີ່ກ່ຽວຂ້ອງອື່ນໆ ເຊິ່ງຈະຊ່ວຍໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ຍັງ ບໍ່ສາມາດເຂົ້າຫາແຫລ່ງທຶນກວມຫລາຍກວ່າ 98% ຂອງວິສາຫະກິດດັ່ງກ່າວທັງໝົດໃນທົ່ວປະເທດ ສາມາດໃຊ້ອະສັງຫາລິມະຊັບຄ້ຳປະກັນນຳທະນາຄານໄດ້.

          ອົງການດັ່ງກ່າວໃຫ້ຮູ້ວ່າ: ນັບແຕ່ທ້າຍປີ 2013 ເປັນຕົ້ນມາ, ໄດ້ມີການອະນຸມັດເງິນ ກູ້ທີ່ໃຊ້ ອະສັງຫາລິມະຊັບຄ້ຳປະກັນໄປແລ້ວຫລາຍກວ່າ 1,3 ຕື້ໂດລາສະຫະລັດ ກວມ 99% ຂອງວົງເງິນ ດັ່ງກ່າວແມ່ນສະໜອງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ.

No comments:

Post a Comment