Ad

Ad

12 July 2016

ຍຸດທະສາດການເຊື່ອມໂຍງກັບພາກພື້ນ ແລະ ສາກົນຂອງລາວ

              ລັດຖະບານລາວ ໄດ້ກຳນົດທິດທາງ ແລະ ຍຸດທະສາດການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເພື່ອແນໃສ່ຂະຫຍາຍການຮ່ວມມືທາງດ້ານເສດຖະກິດ-ສັງຄົມ, ການເມືອງ ແລະ ຄວາມໝັ້ນຄົງ ໂດຍ ເລີ່ມຈາກການເຊື່ອມໂຍງທາງດ້ານເສດຖະກິດ-ການຄ້າ ເພື່ອຮັບປະກັນຜົນປະໂຫຍດ ແລະ ຫລຸດຜ່ອນຄວາມແຕກໂຕນທາງດ້ານການພັດທະນາກັບບັນດາປະເທດອື່ນໆ.
               ໃນຂະບວນການເຊື່ອມໂຍງນີ້ແມ່ນຕ້ອງຮັບປະກັນໄດ້ການເຊື່ອມຈອດພາຍໃນປະເທດ ເຊິ່ງເປັນພື້ນຖານສຳຄັນໃນການເຊື່ອມໂຍງດ້ານພື້ນຖານໂຄງລ່າງ, ຄົມມະນາຄົມທາງບົກ, ທາງນ້ຳ ແລະ ອາກາດ, ເຊື່ອມຕໍ່ຕາໜ່າງໄຟຟ້າ, ໂທລະຄົມມະນາຄົມ, ສ້າງແລວເສດຖະກິດ, ເຂດເສດຖະກິດ ແລະ ອື່ນໆ. ພ້ອມດຽວກັນນັ້ນ ກໍຖືເອົາການເຊື່ອມຈອດເປັນຍຸດທະສາດສຳຄັນໃນການຫັນຈາກປະເທດບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ.

              ເພື່ອຮັບປະກັນໄດ້ການເຊື່ອມໂຍງທີ່ມີປະສິດທິພາບ ແລະ ສ້າງໂອກາດອັນດີໃຫ້ແກ່ປະເທດ, ການມີຄວາມພ້ອມທາງດ້ານສະຖຽນລະພາບທາງເສດຖະກິດມະຫາພາກມີການຂະຫຍາຍຕົວໝັ້ນທ່ຽງ ແລະ ການເຂົ້າເຖິງແຫລ່ງທຶນພາຍໃນ ແລະ ຕ່າງປະເທດຂອງພາກທຸລະກິດ ແລະ ການກຽມ ພ້ອມທາງດ້ານທະນາຄານ, ສະຖາບັນການເງິນແມ່ນສິ່ງທີ່ຈຳເປັນຢ່າງພາວະວິໄສ ເພື່ອສ້າງຮາກຖານທີ່ເຂັ້ມແຂງໃຫ້ແກ່ການເຊື່ອມໂຍງ ເປັນຕົ້ນເຊື່ອມໂຍງທາງດ້ານເສດຖະກິດ-ການຄ້າ ຖືເປັນການສ້າງໂອກາດດ້ານການຂະຫຍາຍຕະຫລາດທັງພາຍໃນ ແລະ ຕ່າງປະເທດໃຫ້ກວ້າງອອກ, ເປີດກວ້າງການແຂ່ງຂັນໃນຂະແໜງອຸດສາຫະກຳປຸງແຕ່ງ ແລະ ການບໍລິການທາງການຄ້າ ໂດຍການກຳນົດສິນຄ້າປາຍແຫລມຂອງປະເທດ, ເຂດອຸດສາຫະກຳ, ສ້າງຄວາມຫລາກຫລາຍຂອງສິນຄ້າ ແລະ ກຽມພ້ອມບັນດານິຕິກຳຕ່າງໆ ເພື່ອອຳນວຍຄວາມສະດວກດ້ານການຄ້າ ເປັນຕົ້ນການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ແລະ ປະຊາຄົມເສດຖະກິດອາຊຽນ, ປັບປຸງການເຂົ້າເຖິງແຫລ່ງທຶນ, ສ້າງຜູ້ປະກອບການໃໝ່ທີ່ມີຄວາມພ້ອມໃນທຸກດ້ານ, ສົ່ງເສີມ ແລະ ຍົກລະດັບຜູ້ປະກອບການທີ່ມີຢູ່ແລ້ວໃຫ້ສາມາດແຂ່ງຂັນໄດ້ຫລາຍຂຶ້ນ, ປັບປຸງ ແລະ ສົ່ງເສີມບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍໃຫ້ມີຄວາມເຂັ້ມແຂງສາມາດເຊື່ອມໂຍງກັບວິສາຫະກິດຂະໜາດໃຫຍ່ ເພື່ອສ້າງຕ່ອງໂສ້ການຜະລິດ, ສຸມໃສ່ເພີ່ມອັດຕາການຄ້າກັບພາຍນອກໃຫ້ສູງຂຶ້ນ, ເພີ່ມທະວີກົນໄກປະສານງານລະຫວ່າງຂະແໜງການຕ່າງໆ ແລະ ທ້ອງຖິ່ນ.
      ການເຊື່ອມໂຍງທາງດ້ານຄົມມະນາຄົມ ຍົກລະດັບຂະແໜງໂຍທາທິການ ແລະ ຂົນສົ່ງໃຫ້ເປັນປາຍແຫລມຂອງການພັດທະນາ ເພື່ອເຊື່ອມຈອດພາຍໃນປະເທດ, ເຊື່ອມໂຍງ ແລະ ເຊື່ອມຕິດກັບພາກພື້ນ ແລະ ສາກົນ ໂດຍສ້າງຄວາມສະດວກ, ວ່ອງໄວ ແລະ ຮັບປະກັນຄວາມປອດໄພ ເພື່ອສ້າງເງື່ອນໄຂໃຫ້ແກ່ການລົງທຶນ, ການຜະລິດ, ການຄ້າ ແລະ ການທ່ອງທ່ຽວ, ສຸມໃສ່ປັບປຸງ ແລະ ຂະ ຫຍາຍດ້ານໂຄງລ່າງພື້ນຖານ ເປັນຕົ້ນທາງຫລວງແຫ່ງຊາດ, ທາງເຊື່ອມຕໍ່ແຂວງ, ເມືອງ ແລະ ບ້ານ, ເສັ້ນທາງຫລວງອາຊຽນ, ທາງລົດໄຟແຕ່ບໍ່ເຕັນ-ນະຄອນຫລວງ, ນະຄອນຫລວງ-ທ່າແຂກ-ມູຢາ, ທ່າແຂກ-ສະຫວັນນະເຂດ-ຈຳປາສັກ-ໜອງນົກຂຽນ ແລະ ຈຳປາສັກ-ວັງເຕົາ, ປັບປຸງຄອງເດີນເຮືອນແຕ່ຊາຍແດນລາວ-ຈີນ-ມຽນມາຫາຫ້ວຍຊາຍ, ຍົກລະດັບການບໍລິການຂອງທ່າເຮືອຫວຸງອາງ ເພື່ອຮອງຮັບການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງລາວໃຫ້ມີຄວາມສະດວກ ແລະ ລາຄາທີ່ເໝາະສົມ, ປັບປຸງ ແລະ ຍົກລະດັບສະໜາມບິນພາຍໃນ ແລະ ສະໜາມບິນສາກົນໃຫ້ໄດ້ມາດຕະຖານສາກົນ, ຂະຫຍາຍເສັ້ນທາງການບິນກັບບັນດາປະເທດໃນພາກພື້ນໃຫ້ຫລາຍຂຶ້ນ, ສ້າງສິ່ງຮອງຮັບການບິນຢ່າງຄົບຊຸດເຊັ່ນ: ບຸກຄະລາກອນທີ່ມີຄຸນນະພາບ, ອຸປະກອນວິທະຍຸການບິນ ແລະ ຄຸ້ມຄອງການຈະລາຈອນທາງອາກາດໃຫ້ມີຄວາມປອດໄພ, ພັດທະນາ ແລະ ຂະຫຍາຍລະບົບໂລຈິດສະຕິກໃນລາວໃຫ້ໄດ້ມາດຕະຖານ.
     ການເຊື່ອມໂຍງທາງດ້ານພະລັງງານ ພັດທະນາພະລັງງານແຫ່ງຊາດໃຫ້ມີຄວາມຍືນຍົງ ແນໃສ່ຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານຮັບໃຊ້ພາຍໃນ ແລະ ສາມາດແຂ່ງຂັນໄດ້ໃນພາກພື້ນ, ສຸມໃສ່ສ້າງພະລັງງານທີ່ມີຄວາມແນ່ນອນ, ສ້າງພື້ນຖານກຳມະສິດ ແລະ ຮູບການທຸລະກິດພະລັງ ງານຫລາຍຮູບແບບ ເພື່ອແນໃສ່ສະໜອງຄວາມຕ້ອງການໃຫ້ຜູ້ຊົມໃຊ້ຢ່າງພຽງພໍ, ສຶກສາແຫລ່ງກຳເນີດພະລັງງານໃໝ່ ແລະ ເພີ່ມທະວີການຂະຫຍາຍຕົວຂອງພະລັງງານທົດແທນ ແລະ ພະລັງງານທາງເລືອກອື່ນໆທີ່ສະອາດ ແລະ ເປັນມິດກັບສິ່ງແວດລ້ອມ ໂດຍໃຫ້ຕິດພັນກັບການປົກປັກຮັກສາປ່າໄມ້, ປ່າຍອດນ້ຳ, ຂະຫຍາຍໄຟຟ້າໄປສູ່ຊົນນະບົດເຂດທຸລະກັນດານຫ່າງໄກສອກຫລີກໃຫ້ໄດ້ຢ່າງຕໍ່າ 90% ຂອງຈຳນວນຄອບຄົວໃນທົ່ວປະເທດໃຫ້ມີໄຟຟ້າໃຊ້ໃນປີ 2020, ໂຄງການເພື່ອສົ່ງອອກຕ່າງປະເທດ, ກຳລັງກໍ່ສ້າງ 3 ໂຄງການລວມກຳລັງຕິດຕັ້ງ 3.428 ເມກາວັດເຊັ່ນ: ໂຄງ ການພະລັງຄວາມຮ້ອນຫົງສາ 1.878 ເມກາວັດ, ໂຄງການນ້ຳຂອງໄຊຍະບູລີ 1.260 ເມກາວັດ ແລະ ເຊຂະໜານ 1 ກຳລັງຕິດຕັ້ງ 290 ເມກາວັດ ແລະ ໃນໄລຍະ 5 ປີຕໍ່ໜ້ານີ້ ສູ້ຊົນໃຫ້ບັນດາໂຄງການທີ່ມີສັນຍາໃຫ້ໄດ້ລົງມືກໍ່ສ້າງ 24 ໂຄງການ, ອັດຕາການຂະຫຍາຍຕົວຂອງຂະແໜງໄຟຟ້າໃນລະດັບສະເລ່ຍ 32% ຕໍ່ປີ, ຫລຸດຜ່ອນການຂາດດູນລະຫວ່າງການສົ່ງອອກ ແລະ ນຳເຂົ້າໄຟຟ້າ ໂດຍປະ ລິມານການນຳເຂົ້າໄຟຟ້າບໍ່ໃຫ້ເກີນ 20% ຂອງການນຳໃຊ້ພາຍໃນປະເທດພາຍໃນປີ 2020.
    ການເຊື່ອມໂຍງທາງດ້ານແຮງງານ ເຮັດໃຫ້ແຮງງານສາມາດປັບຕົວກັບການປ່ຽນແປງຂອງຕະຫລາດແຮງງານພາກພື້ນ ແລະ ສາກົນເທື່ອລະກ້າວ ໂດຍການສຸມໃສ່ການພັດທະນາສີມືແຮງງານໃຫ້ແຮງງານມີຄວາມຮູ້, ຄວາມສາມາດ, ຫົວຄິດປະດິດສ້າງ, ມີລະບຽບວິໄນໃນການອອກແຮງງານ ເຊິ່ງຕ້ອງມີຫລັກສູດການເຝິກສີມືແຮງງານທີ່ຕະຫລາດການຜະລິດຕ້ອງການ ເປັນຕົ້ນໃນກຸ່ມປະເທດອາຊຽນ, ການສ້າງມາດຕະຖານສີມືແຮງງານ, ການທົດສອບ, ການອອກໃບຢັ້ງຢືນ ແລະ ຈັດການແຂ່ງຂັນສີມືແຮງງານເປັນປະຈຳ, ການຍົກລະດັບຄ່າແຮງຂັ້ນຕໍ່າ, ຕ້ອງກຳນົດອັດຕາສ່ວນການຮັບເອົາແຮງງານຕ່າງປະເທດຢ່າງຊັດເຈນ ເພື່ອສາມາດຄຸ້ມຄອງແຮງງານພາຍໃນໃຫ້ມີວຽກເຮັດງານທຳ, ການເຄື່ອນຍ້າຍແຮງງານພາຍໃນ ແລະ ຕ່າງປະເທດຕ້ອງມີລະບົບ ແລ ກົນໄກຮອງຮັບຢ່າງຈະແຈ້ງ, ສຸມໃສ່ສ້າງລະບົບຂ່າວສານຕະຫລາດແຮງງານ, ສ້າງ ແລະ ປັບປຸງຕາໜ່າງການບໍລິການຈັດຫາງານໃຫ້ເຂັ້ມແຂງ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ, ຫັນປ່ຽນໂຄງປະກອບແຮງງານ ໂດຍການເຄື່ອນຍ້າຍແຮງງານຈາກພາກສ່ວນກະສິກຳທີ່ກວມອັດຕາສ່ວນສູງ ແຕ່ປະສິດທິພາບຕໍ່າມາສູ່ພາກອຸດສາຫະກຳ ແລະ ການບໍລິການໃຫ້ຫລາຍຂຶ້ນ.

     ການເຊື່ອມໂຍງທາງດ້ານວັດທະນະທຳ ແລະ ການທ່ອງທ່ຽວ ຂະຫຍາຍຂອບເຂດການພົວພັນ, ເຊື່ອມໂຍງກັບເວທີສື່ມວນຊົນພາກພື້ນ ແລະ ສາກົນໃຫ້ກວ້າງຂວາງ, ມີຄວາມໝັ້ນຄົງ ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບດ້ານຂໍ້ມູນຂ່າວສານ. ບົນພື້ນຖານການຮັກສາຄຸນຄ່າມູນເຊື້ອວັດທະນະທຳຮີດຄອງປະເພນີອັນດີງາມທີ່ເປັນເອກະລັກເປັນມໍລະດົກອັນລ້ຳຄ່າຂອງຊາດ, ຖືວຽກງານວັດທະນະທຳເປັນພື້ນຖານຂອງການພັດທະນາທີ່ໝັ້ນຄົງຂອງຊາດ, ສ້າງໃຫ້ສັງຄົມມີຄວາມສາມັກຄີ, ຊຸກດັນໃຫ້ສັງຄົມມີການຂະຫຍາຍຕົວສູງຮອບດ້ານ, ສຶກສາອົບຮົມໃຫ້ສັງຄົມມີຄວາມຮັກວັດທະນະທຳ ແລະ ຮີດຄອງປະເພນີລາວ, ເອົາການພັດທະນາວັດທະນະທຳຕິດພັນກັບການທ່ອງທ່ຽວ ເຊິ່ງຖືເປັນກາລະໂອກາດຂອງຊາດ ເພື່ອໂຄສະນາເຜີຍແຜ່ວັດທະນະທຳລາວໃຫ້ພາຍນອກໄດ້ຮັບຮູ້ຢ່າງກວ້າງຂວາງ ເພື່ອດຶງດູດການທ່ອງທ່ຽວເຂົ້າປະເທດໃຫ້ນັບມື້ເພີ່ມຂຶ້ນ ແລະ ການເຊື່ອມໂຍງທາງດ້ານເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານ (ICT) ຍົກຖານະບົດບາດຂະແໜງເຕັກໂນໂລຊີສື່ສານ-ຂໍ້ມູນຂ່າວສານໃຫ້ເປັນຕົວຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ເພື່ອເຊື່ອມໂຍງ ແລະ ເຊື່ອມຕິດກັບພາກພື້ນ ແລະ ສາກົນ ໂດຍສ້າງຄວາມສະດວກ, ວ່ອງໄວ ແລະ ຮັບປະກັນຄວາມປອດໄພຂອງການຕິດຕໍ່ສື່ສານ ແລະ ສົ່ງຂໍ້ມູນ ເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນ, ການຜະລິດ ແລະ ການທ່ອງທ່ຽວ, ສຸມໃສ່ພັດທະນາເຄືອຂ່າຍເຕັກໂນໂລຊີສື່ສານ ແລະ ຂໍ້ມູນຂ່າວສານໃຫ້ມີຄວາມໄວສູງ ແຜ່ກະຈາຍຢ່າງທົ່ວເຖິງ, ມີບໍລິການທີ່ມີຄຸນນະພາບ ແລະ ສາມາດເຊື່ອມຕໍ່ເຂົ້າມາດຖານເຕັກໂນໂລຊີຂອງບັນດາປະເທດອາຊຽນ ແລະ ສາກົນ.

No comments:

Post a Comment