Ad

Ad

12 July 2016

ທົ່ວປະເທດມີຄວາມພ້ອມເຕັມຮ້ອຍແລ້ວທີ່ຈະປ່ອຍປາໃຫ້ໄດ້ຢ່າງໜ້ອຍ 40 ລ້ານໂຕ

          ກົມລ້ຽງສັດ ແລະ ການປະມົງ,ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ປັດຈຸບັນຂະແໜງ ການຂອງຕົນໄດ້ສຳເລັດການກະກຽມໃກ້ແກ່ການປ່ອຍປາໃນວັນອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ 13 ກໍລະກົດນີ້ແມ່ນມີຄວາມພ້ອມໂດຍພື້ນຖານ, ຊຶ່ງທາງກົມລ້ຽງສັດ ແລະ ການປະມົງເອງກໍໄດ້ອອກແຈ້ງການເຖິງທ້ອງຖິ່ນຕ່າງໆໃນທົ່ວປະເທດໃຫ້ມີການກະກຽມລູກປາ, ສະຖາທີ່ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ, ເພື່ອເຮັດໃຫ້ການປ່ອຍປາລົງສູ່ແມ່ນ້ຳ ແລະ ໜອງນ້ຳທຳມະຊາດສຳລັບປີນີ້ໃຫ້ບັນລຸໄດ້ຢ່າງໜ້ອຍ 40 ລ້ານໂຕຕາມແຜນການ ແລະ ຈາກການສຳຫຼວດຕົວຈິງມາຮອດປັດຈຸບັນທົ່ວປະເທດມີຄວາມພ້ອມແລ້ວ 100 %, ໃນນັ້ນໄດ້ກະກຽມລູກປາໄວ້ແລ້ວຫຼາຍກວ່າ 40 ລ້ານໂຕ, ສຳລັບຢູ່ນະຄອນຫຼວງວຽງຈັນແມ່ນໄດ້ກຳນົດເອົາເມືອງປາກງື່ມເປັນບ່ອນຈັດງານເປີດຂະບວນການປ່ອຍປາໃນວັນທີ 13 ກໍລະກົດນີ້ ແລະ ທັງເປັນການປຸກລະດົມນັກຮຽນເຍົາວະຊົນໄດ້ຮູ້ເຖິງຄວາມໝາຍ
ຄວາມສຳຄັນຂອງການອະນຸລັກສັດນ້ຳ-ສັດປ່າໄວ້ໃຫ້ຍືນຍົງ, ຫ້າມຫາປາໃນວັງສະຫງວນ ແລະ ຫ້າມລ່າສັດໃນລະດູແຜພັນ ແລະ ວາງໄຂ່, ພ້ອມນັ້ນທຸກຄົນກໍຕ້ອງເປັນເຈົ້າການເບິ່ງແຍງ ແລະ ປົກປັກຮັກສາເພື່ອເຮັດໃຫ້ປ່າທີ່ປ່ອຍໄປແລ້ວນັ້ນໃຫ້ເຕີບໃຫຍ່ຂະຫຍາຍພັນ,ທັງເປັນການຄືນຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ແລະ ຄວາມຍືນຍົງຂອງຊີວະນາໆພັນ.


No comments:

Post a Comment