Ad

Ad

11 July 2016

ລາວຫາລືກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສໍາຄັນອື່ນໆ


           ໃນຕອນເຊົ້າວັນທີ 8 ກໍລະກົດນີ້, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີໄດ້ມີກອງປະຊຸມປຶກສາຫາລືເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ແລະ ກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງອື່ນໆ ແລະ ກອງປະຊຸມສຸດຍອດອາຊຽນຄັ້ງທີ 28,29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໂດຍພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ມີບັນດາຫົວໜ້າອະນຸກໍາມະການທີ່ຮັບພິຊອບວຽກງານຕ່າງໆເຂົ້າຮ່ວມຢ່າງພ້ອມ ພຽງ ເພື່ອລາຍງານຄວາມຄືບໜ້າການປະຕິບັດໜ້າວຽກຂອງແຕ່ລະອະນຸກໍາມະການ, ລວມທັງຂໍ້ສະ ເໜີຕ່າງໆເພື່ອຮັບປະກັນໃຫ້ການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ແລະ ກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງອື່ນໃນລະຫວ່າງວັນທີ 21-26 ກໍລະກົດນີ້ ແລະ ກອງປະຊຸມສຸດຍອດອາຊຽນຄັ້ງທີ 28,29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງທີ່ຈະຈັດຂື້ນໃນລະຫວ່າງວັນທີ 6-8 ກັນຍານີ້ທີ່ນະຄອນຫລວງວຽງຈັນ, ຊຶ່ງມາຮອດປັດຈຸບັນເຫັນວ່າແຕ່ລະອະນຸກໍາມະການແມ່ນມີຄວາມຮັບພິຊອບສູງຕໍ່ໜ້າທີ່ຂອງຕົນ ແລະ ມີຄວາມພ້ອມທຸກດ້ານເພື່ອເປັນເຈົ້າພາບ ແລະ ປະທານກອງປະຊຸມລະດັບຕ່າງໆ ໂດຍສະເພາະດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ພະລາທິການ, ພິທີການ, ເນື້ອໃນ ແລະ ອື່ນໆ.

           ໃນທ້າຍກອງປະຊຸມ,ທ່ານນາຍົກລັດຖະມົນຕີຍັງໄດ້ຮຽກຮ້ອງມາຍັງປະຊາຊົນລາວບັນດາ ເຜົ່າທຸກທົ່ວໜ້າຈົ່ງໃຫ້ການຮ່ວມມືໃນທຸກດ້ານເພື່ອຮ່ວມກັນເປັນເຈົ້າພາບທີ່ດີ ແລະ ທັງປະກອບສ່ວນເຮັດໃຫ້ກອງປະຊຸມຕ່າງໆທີ່ປະເທດເຮົາຮັບກຽດເປັນເຈົ້າພາບຈັດນີ້ໄດ້ຮັບຜົນສໍາເລັດຈົບງາມ.  

No comments:

Post a Comment