Ad

Ad

11 July 2016

ສະມາພັນນັກຂ່າວອາຊຽນຫາລືການຈັດຕັ້ງປະຕິບັດແຜນງານຮ່ວມມືດ້ານວິຊາການ

              ສະມາພັນນັກຂ່າວອາຊຽນ ປະກອບມີລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ມາເລເຊຍ ແລະ ຟີລິບປິນ ໄດ້ຮ່ວມກັນປຶກສາຫາລືການຈັດຕັ້ງປະຕິບັດແຜນງານຮ່ວມມືດ້ານວິຊາການ ໃນວັນທີ 8 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ ເພື່ອແນໃສ່ເຮັດໃຫ້ວຽກງານສື່ມວນຊົນໃນບັນດາປະເທດດັ່ງກ່າວມີການ ພັດທະນາເຂັ້ມແຂງຂຶ້ນ ທັງສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະແມ່ນທົບທວນ ຄືນແຜນປະຕິບັດງານຂອງສະມາພັນນັກຂ່າວອາຊຽນແຕ່ປີ 2015-2017 ທີ່ໄດ້ຮັບຮອງໃນກອງປະຊຸມຄັ້ງທີ 18 ຂອງສະມາພັນດັ່ງກ່າວຢູ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນປີ 2015 ຜ່ານມາ ທີ່ເລັ່ງໃສ່ຊຸກຍູ້ສົ່ງເສີມການຮ່ວມມືແລກປ່ຽນບົດຮຽນ, ປະສົບ
ປະການທາງດ້ານວຽກງານຂ່າວເຊິ່ງກັນ ແລະ ກັນໃຫ້ຫລາຍຂຶ້ນ ແລະ ກວ້າງຂວາງ ແນໃສ່ສ້າງຄວາມເຂັ້ມແຂງ, ຄວາມສາມັກຄີຮັກແພງລະ ຫວ່າງນັກຂ່າວ ກໍຄືອົງການສື່ມວນຊົນດ້ວຍກັນ ເປັນຕົ້ນການຈັດກິດຈະກຳແລກປ່ຽນການຢ້ຽມຢາມຂອງ ຄະນະຜູ້ແທນອົງການສື່ມວນຊົນ, ຈັດເຝິກ ອົບຮົມດ້ານວິຊາສະເພາະ, ຈັດປະກວດບົດຂ່າວດີເດັ່ນ ແລະ ອື່ນໆ ເພື່ອກ້າວໄປສູ່ການຍົກສູງບົດບາດຂອງສະມາພັນນັກຂ່າວອາຊຽນພົ້ນເດັ່ນຂຶ້ນເທື່ອລະກ້າວ ໃນພາກພື້ນ ແລະ ສາກົນ.
               ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ມີຄຳເຫັນເປີດກອງ ປະຊຸມວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫລາຍ ເພາະຈັດຂຶ້ນໃນທ່າມກາງການເປັນປະຊາຄົມອາ ຊຽນປີທຳອິດ ແລະ ເປັນປີທຳອິດຂອງການຈັດຕັ້ງຜັນຂະຫຍາຍວິໄສທັດຂອງປະຊາຄົມອາຊຽນຮອດປີ 2025. ສະນັ້ນ ສື່ມວນຊົນໃນບັນດາປະເທດສະມາຊິກອາຊຽນຍິ່ງມີບົດບາດສຳຄັນໃນການເຮັດໜ້າທີ່ ຂອງຕົນ ເພື່ອເຮັດໃຫ້ວິໄສທັດດັ່ງກ່າວປາກົດຜົນເປັນຈິງ. ສຳລັບ ສປປ ລາວ ແມ່ນປະເທດສະມາຊິກໜຶ່ງ ຂອງອາຊຽນ, ມີສະຖຽນລະພາບທາງດ້ານການເມືອງໝັ້ນຄົງ, ເສດຖະ ກິດຂະຫຍາຍຕົວຕໍ່ເນື່ອງ ສະເລ່ຍ 7,5% ຕໍ່ປີ, ວັດທະນະທຳ ແລະ ປະເພນີອັນດີງາມຂອງຊາດໄດ້ຮັບການອະນຸລັກ ແລະ ສົ່ງເສີມໃຫ້ມີ ຄຸນຄ່າສູງເດັ່ນ. ຜົນສຳເລັດດັ່ງກ່າວແມ່ນຍ້ອນແນວທາງອັນຖືກ ຕ້ອງຂອງພັກ ແລະ ລັດຖະບານ ລວມ ເຖິງນັກຂ່າວ-ສື່ມວນຊົນທຸກພາກສ່ວນແມ່ນມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ ແລະ ໃນປີນີ້ແມ່ນປີສຳຄັນໃນການເປັນ ປະທານອາຊຽນ ແລະ ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນໃນ ທ້າຍປີນີ້ ເຊິ່ງຈະເປັນໂອກາດອັນດີໃຫ້ແກ່ສື່ມວນຊົນອາຊຽນໄດ້ມີການພົບປະແລກປ່ຽນຂໍ້ມູນຂ່າວສານທີ່ມີ ປະໂຫຍດຮ່ວມກັນໃນໄລຍະດັ່ງກ່າວ.

               ທ່ານ ໂຮ ກວາງ ເລີຍ (Ho Quang Loi) ເລຂາທິການສະມາຄົມນັກຂ່າວຫວຽດນາມ ໄດ້ມີຄຳ ເຫັນວ່າ: ບັນດາກິດຈະກຳຂອງແຜນປະຕິບັດງານຂອງສະມາພັນນັກຂ່າວອາຊຽນຈະຊ່ວຍໃຫ້ສື່ມວນຊົນໃນພາກພື້ນເຊື່ອມໂຍງກັນຫລາຍຂຶ້ນ, ທັງເປັນການສົ່ງເສີມຄວາມເຂົ້າອົກເຂົ້າໃຈ ແລະ ຄວາມສາມັກຄີຂອງປະຊາຊົນໃນພາກພື້ນໄດ້ດີຂຶ້ນ.

No comments:

Post a Comment