Ad

Ad

6 July 2016

ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸ

          ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດກອງປະຊຸມປະກອບຄໍາເຫັນ ໃສ່ຮ່າງກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸ ຂຶ້ນໃນວັນທີ 5-6 ກໍລະກົດນີ້, ເພື່ອ ໃຫ້ສອດຄ່ອງທາງ ດ້ານເຕັກນິກວິຊາການ. ໃນການຄຸ້ມຄອງ, ກວດກາການນໍາໃຊ້ຄື້ນຄວາມຖີ່ວິທະຍຸໃຫ້ມີປະສິດທິພາບ ສູງສຸດ, ຫລີກເວັ້ນການລົບກວນ, ທັງຮັບປະກັນໃຫ້ແກ່ວຽກງານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ໂດຍມີທ່ານ ທອງໃສ ຊານໄຊຍະ ຮອງລັດຖະ ມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານເຂົ້າຮ່ວມນຳດ້ວຍ.

          ທ່ານ ທອງໃສ ຊານໄຊຍະ ກ່າວວ່າ: ເພື່ອເປັນການປັບປຸງດໍາລັດວ່າດ້ວຍຄື້ນຄວາມຖີ່ສະ ບັບເລກທີ60/ລບ, ລົງວັນທີ 3 ກຸມພາ 2014 ຂຶ້ນເປັນກົດໝາຍໃຫ້ຖືກຕ້ອງ, ຂັ້ນຕອນການສ້າງຮ່າງ
ກົດໝາຍ, ນິຕິກໍາໃຫ້ສອດຄ່ອງກັບພື້ນຖານທາງດ້ານເຕັກນິກວິຊາການ. ເຮັດໃຫ້ການຄຸ້ມຄອງ, ການນໍາໃຊ້ຄື້ນຄວາມຖີ່ວິທະຍຸ ເປັນໄປຕາມຈຸດປະສົງ ແລະ ສອດຄ່ອງກັບແນວທາງປ່ຽນ ແປງໃໝ່ ຂອງພັກ ແລະ  ແຜນນະໂຍບາຍຂອງລັດຖະບານ ໃນການພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກ ສາຄວາມສະຫງົບ, ຄວາມປອດໄພຂອງຊາດ ສອດຄ່ອງກັບເງື່ອນໄຂໃໝ່ ຂອງການພັດທະນາດ້ານ ເຕັກໂນໂລຊີຂໍ້ມູນຂ່າວສານໃນພາກພື້ນ ແລະ ສາກົນ. ສະນັ້ນ, ຈຶ່ງຈໍາເປັນຕ້ອງໄດ້ສ້າງກົດໝາຍວ່າ ດ້ວຍຄື້ນຄວາມຖີ່ວິທະຍຸ ເປັນນິຕິກໍາເພື່ອບໍລິຫານ ແລະ ຄຸ້ມຄອງວຽກງານດັ່ງກ່າວໃຫ້ຄົບຖ້ວນ ແລະ ສົມບູນ ສອດຄ່ອງກັບສະພາບຕົວຈິງຂອງປະເທດເຮົາ. ຮ່າງກົດໝາຍສະບັບນີ້ ປະກອບດ້ວຍ 10 ພາກ, 5 ໝວດ ແລະ 75 ມາດຕາ.

No comments:

Post a Comment