Ad

Ad

6 July 2016

ປຸກລະດົມປະຊາຊົນຫັນມາອະນຸລັກສັດນ້ຳ-ສັດປ່າ ໃຫ້ຫລາຍຂຶ້ນ

          ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າ ແຫ່ງຊາດວັນທີ 13 ກໍລະກົດນີ້, ກົມລ້ຽງສັດ ແລະ ການປະມົງໄດ້ຮຽກຮ້ອງໃຫ້ປະຊາຊົນຫັນມາເຫັນຄວາມສຳຄັນຂອງການອະນຸລັກ ສັດນ້ຳ-ສັດປ່າ, ການປົກປັກຮັກສາ, ຄຸ້ມຄອງ ແລະ ພັດທະນາການປະມົງແບບຍືນຍົງ ແລະ ປຸກລະ ດົມຂົນຂວາຍອົງການຈັດຕັ້ງທັງພາກລັດ ແລະ ເອກກະຊົນ ຈັດກິດຈະກຳຕ່າງໆ ເພື່ອໃຫ້ສັງຄົມເອົາ ໃຈໃສ່ປ່ອຍປາລົງໃສ່ໜອງ, ບຶງ, ແມ່ນ້ຳລຳເຊ, ອ່າງນ້ຳ, ເຂື່ອນໄຟຟ້ານ້ຳຕົກ, ແຫລ່ງທ່ອງທ່ຽວ ນ້ຳຕົກຕາດຕ່າງໆ ແລະ ປ່ອຍສັດປ່າ ທີ່ໄດ້ມາຈາກການເພາະພັນ, ຢຶດຈາກການຫາ, ລ່າ ຫລື ການ ຄ້າ-ຂາຍສັດປ່າຜິດກົດໝາຍ ເຂົ້າໃນປ່າສະຫງວນຕ່າງໆ ທີ່ເຫັນວ່າມີຄວາມປອດໄພ ແລະ ສາມາດ ອອກແມ່ແຜ່ລູກໄດ້ໃຫ້ເປັນຂະບວນກວ້າງຂວາງ, ຫ້າມບໍ່ໃຫ້ຈັບ, ຊື້-ຂາຍ ສັດນ້ຳ ແລະ ລ່າສັດປະ ເພດຫວງຫ້າມ, ຫ້າມນ້ຳເອົາສັດນ້ຳ ແລະ
ສັດປ່າປະເພດຫວງຫ້າມ ທີ່ຍັງມີຊີວິດ, ຊາກ, ຊີ້ນສ່ວນ ແລະ ອະໄວຍະຕ່າງໆ ຂອງສັດອອກຈາກຖິ່ນທີ່ຢູ່ອາໃສ ຫລື ແຫ່ງກຳເນີດມາໄວ້ໃນຄອບ ຄອງ ກໍລະນີພົບເຫັນຜູ້ລະເມີດຂໍ້ຫ້າມດັ່ງກ່າວ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງດຳເນີນມາດຕະ  ການ ກ່າວເຕືອນສຶກສາອົບຮົມ, ປັບໃໝ່ ດຳເນີນຄະດີຕາມແຕ່ລະກໍລະນີໜັກ-ເບົາ ທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍການປະມົງ ແລະ ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ.

          ສຳລັບການຈັດຕັ້ງພິທີປ່ອຍປາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າ ແຫ່ງຊາດທີ 13 ກໍລະກົດ 2016ນີ້, ໃຫ້ອີງໃສ່ເງື່ອນໄຂຂອງແຕ່ລະທ້ອງຖິ່ນ ບົນພື້ນຖານປະຢັດມັດທະຍັດ ບ່ອນໃດມີເງື່ອນໄຂ ກໍໃຫ້ເລີ່ມລົງມືແຕ່ດຽວນີ້ເປັນຕົ້ນໄປ ໂດຍບໍ່ໃຫ້ລໍຖ້າວັນທີ 13 ກໍລະກົດ ແລະ ໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຮອດທ້າຍເດືອນກັນຍາ 2016 ສຳລັບແນວພັນປາທີ່ຈະນຳມາປ່ອຍນັ້ນ ແມ່ນໃຫ້ເລັ່ງໃສ່ແນວພັນ ປາພື້ນເມືອງ, ໂດຍສະເພາະປາຈຳພວກກິນພືດ ຫລື ໄຮນ້ຳ ສ່ວນແນວພັນປາຕ່າງປະເທດໃຫ້ປ່ອຍ ສະເພາະຢູ່ແຫລ່ງນ້ຳປິດເຊັ່ນ: ໜອງປາຊຸມຊົນ, ອ່າງເກັບນ້ຳ ຫລື ໜອງບໍລິເວນໃດໜຶ່ງ ເພື່ອຫລີກ ລ້ຽງການດັບສູນປາພື້ນເມືອງຂອງລາວເຮົາ.

No comments:

Post a Comment