Ad

Ad

5 July 2016

ລັດຖະບານຈະເລັ່ງຟື້ນຟູເສດຖະກິດໃຫ້ດີຂຶ້ນ

    ໃນກອງປະຊຸມຮ່ວມລະຫວ່າງຄະນະລັດຖະບານ ແລະ ເຈົ້າແຂວງທີ່ສຳເລັດລົງເມື່ອບໍ່ດົນມານີ້, ລັດຖະບານໄດ້ຢືນຢັນວ່າຈະຮີບຮ້ອນຈັດຕັ້ງປະຕິບັດບັນດາກົນໄກ ແລະ ມາດຕະການຕ່າງໆ ເພື່ອເລັ່ງຟື້ນຟູລະບົບເສດຖະກິດຂອງຊາດໃຫ້ດີຂຶ້ນເພື່ອຮັບປະກັນໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບໝັ້ນຄົງ, ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງຂະຫຍາຍຕົວ, ທັງຍົກສູງຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າ, ພະນັກງານ, ທະຫານ-ຕຳຫລວດໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະແມ່ນໃຫ້ຂະແໜງການຕ່າງໆ ນັບທັງສູນກາງ ແລະ ທ້ອງຖິ່ນເພີ່ມທະວີການປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນຖືກຕ້ອງຕາມພາລະບົດບາດ ແລະ ລະບຽບກົດໝາຍ. ອັນສຳຄັນແມ່ນໃຫ້ຂະແໜງການກ່ຽວຂ້ອງສົມທົບເຊິ່ງກັນ ແລະ ກັນ ເພື່ອຈັດລຽງບູລິມະສິດວຽກໃດຄວນເຮັດກ່ອນ-ເຮັດຫລັງ ເພື່ອຈະສຸມທຶນຮອນໃສ່ ແລະ ກວດຄືນບັນດາໂຄງການທີ່ບໍ່ມີປະສິດທິຜົນ ແລະ ໂຄງການທີ່ບໍ່ນອນໃນແຜນ, ຮີບຮ້ອນຊອກຕະຫລາດ ເພື່ອຮອງຮັບການຜະລິດສິນຄ້າຂອງປະຊາຊົນ, ຄົ້ນຄວ້າດັດສົມລາ ຄາສິນຄ້າຕາມທ້ອງຕະຫລາດ, ທັງຄຸ້ມຄອງສິນຄ້າທີ່ນຳເຂົ້າຢ່າງເຂັ້ມງວດ, ເພີ່ມທະວີການຄຸ້ມຄອງ, ກວດ
ກາບັນດາໂຄງການຢ່າງເຂັ້ມງວດ ພ້ອມທັງການລົງທຶນຕ້ອງແບ່ງຄວາມຮັບຜິດຊອບໃຫ້ຈະ ແຈ້ງພາກສ່ວນໃດອະນຸຍາດແມ່ນພາກສ່ວນນັ້ນຕ້ອງຮັບຜິດຊອບການຊຳລະສະສາງ. ສຳລັບທະນາ ຄານຕ້ອງຄວບຄຸມອັດຕາເງິນເຟີ້, ອັດຕາດອກເບ້ຍ ແລະ ການປ່ອຍກູ້ກໍຕ້ອງໄດ້ມີການກວດກາປະເມີນວ່າເປັນໂຄງການທີ່ມີປະສິດທິຜົນ ຫລື ບໍ່, ຈະນຳໃຊ້ລະບົບທີ່ທັນສະໄໝໃນການເກັບພາສີ, ອາ ກອນມູນຄ່າເພີ່ມ, ຈັດຕັ້ງພະນັກງານລົງເດີນສຳຫລວດເກັບກຳຂໍ້ມູນບັນດາຫົວໜ່ວຍທຸລະກິດທີ່ເປັນຖານລາຍຮັບທົ່ວປະເທດ, ສ່ວນການເກັບພາສີ ຫລື ຍົກເວັ້ນພາສີກໍຕ້ອງໃຫ້ປະຕິບັດຕາມລະບຽບກົດ ໝາຍວາງອອກຢ່າງເຂັ້ມງວດ, ຄົ້ນຄວ້າກົນໄກ, ວິໄຈການເກັບພາສີທີ່ດິນ ນັບແຕ່ການຂາຍ, ການໂອນກຳມະສິດ ແລະ ອື່ນໆ, ຊຸກຍູ້ການຜະລິດເປັນສິນຄ້າ ແລະ ການທ່ອງທ່ຽວ ໂດຍການລົງທຶນໂດຍກົງຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ. ນອຈາກນີ້ ຕ້ອງຄວບຄຸມລາຄາກໍ່ສ້າງສູງຫລາຍເກີນຄວາມເປັນຈິງ, ເລັ່ງກວດຄືນບັນດາຮ້ານ ແລະ ການນຳເຂົ້າລົດທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ຂະແໜງກ່ຽວຂ້ອງຕ້ອງກວດກາຄືນດ້ານຈຳນວນພົນຂອງພະນັກງານ ແລະ ນຳໃຊ້ລະບົບຄຸ້ມຄອງແບບທັນສະໄໝ ເພື່ອຮັບປະກັນການເບີກຈ່າຍເງິນເດືອນຄົບຖ້ວນ ແລະ ທັນເວລາ.

No comments:

Post a Comment