Ad

Ad

21 July 2016

ລາວຈະປັບປຸງນະໂຍບາຍເພື່ອຮັບປະກັນໃຫ້ທຸກຄົນເຂົ້າເຖິງການສຶກສາຢ່າງມີຄຸນນະພາບ


            ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII (2016-2020) ໄດ້ຊີ້ໃຫ້ເຫັນວ່າ: ສປປ ລາວ ຈະມີການປັບປຸງຫລາຍນະໂຍບາຍ ແລະ ນິຕິກຳຕ່າງໆ ເພື່ອຮັບປະກັນໃຫ້ທຸກຄົນເຂົ້າເຖິງການສຶກສາໄດ້ຢ່າງທົ່ວເຖິງ ແລະ ມີຄຸນນະພາບ ທັງໃຫ້ບັນລຸຄາດໝາຍວາງໄວ້ ຄືໃຫ້ເດັກໃນເກນອາຍຸ 3-5 ປີ ໄດ້ເຂົ້າຮຽນຫລາຍກວ່າ 55%, ອັດຕາເຂົ້າຮຽນລວມຂອງເດັກອາຍຸ 5 ປີໃຫ້ໄດ້ 70%, ອັດຕາເຂົ້າຮຽນສຸດທິຊັ້ນປະຖົມໃຫ້ໄດ້ 99%, ອັດຕາຫລອດເຫລືອຂອງນັກຮຽນຊັ້ນປະ ຖົມໃຫ້ໄດ້ 90%, ອັດຕາເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນໃຫ້ໄດ້ 85% ແລະ ມັດທະຍົມຕອນປາຍໃຫ້ໄດ້ 75%, ຊຸກຍູ້ນັກຮຽນທີ່ຈົບ ມ.ຕົ້ນ ເຂົ້າຮຽນໃນສາຍວິຊາຊີບໃຫ້ກວມປະມານ 30% ຂອງນັກ ຮຽນທີ່ຈົບທັງໝົດ ແລະ ໄດ້ຮຽນຕໍ່ມັດທະຍົມປາຍ 60%, ສູ້ຊົນເຮັດໃຫ້ອັດຕາການຮູ້ໜັງສືຂອງປະຊາຊົນໃນກຸ່ມອາຍຸ 15-24 ປີໃຫ້ໄດ້ 99% ແລະ ໃນກຸ່ມອາຍຸ 15 ປີຂຶ້ນໄປໃຫ້ໄດ້ 95%, ພ້ອມສົ່ງເສີມໃຫ້ທຸກຄົນໃນສັງຄົມໄດ້ອອກກຳລັງກາຍ-ຫລິ້ນກິລາກາຍະກຳໃຫ້ໄດ້ 30% ຂອງປະຊາກອນທັງໝົດ. ທັງນີ້ກໍເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້ຄວາມສາມາດຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ເວົ້າສະເພາະກໍແມ່ນການວາງພື້ນຖານໃນການສ້າງກຳລັງແຮງງານໃຫ້ມີສີມື, ມີຄຸນນະພາບສູງ ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ແຕ່ເພື່ອຮັບປະກັນໃຫ້ບັນລຸຄາດໝາຍດັ່ງກ່າວ, ລັດຖະບານຈະສືບຕໍ່ຈັດຕັ້ງຜັນຂະຫຍາຍຍຸດທະສາດການປະຕິຮູບການສຶກສາໃຫ້ປາກົດຜົນເປັນຈິງ, ປະຕິບັດນະໂຍບາຍໃນການຍົກລະດັບຄູສອນ, ພ້ອມທັງສະໜອງພະນັກງານຄູໃຫ້ສົມດູນພຽງພໍ, ສ້າງໂຮງຮຽນຕົ້ນແບບ, ສົ່ງເສີມການອ່ານ ແລະ ສະໜອງອຸປະກອນການຮຽນ-ການສອນໃຫ້ພຽງພໍ, ປັບປຸງນະໂຍບາຍເລື່ອນຊັ້ນ ແລະ ນະໂຍບາຍອື່ນໆຕໍ່ຜູ້ທີ່ປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫລີກໃຫ້ມີຄວາມເໝາະສົມ ແລະ ສົ່ງເສີມໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມໃນການພັດທະນາພື້ນຖານໂຄງລ່າງການສຶກສາ ແລະ ກິລາໃຫ້ຫລາຍຂຶ້ນ ໂດຍສະເພາະຂະຫຍາຍໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ, ວິທະຍາໄລ, ໂຮງຮຽນວິຊາຊີບຢູ່ທ້ອງຖິ່ນຕ່າງໆໃຫ້ຫລາຍຂຶ້ນ, ປັບປຸງຄຸນນະພາບການຮຽນການສອນ, ເອົາໃຈໃສ່ຄຸນນະພາບຂອງຄູ, ອຸປະກອນ-ຫລັກສູດ, ຫ້ອງທົດລອງຕ່າງໆ ເພື່ອຫລຸດຜ່ອນການສອນທິດສະດີແລ້ວຫັນມາເຮັດທົດລອງດ້ານວິທະຍາສາດຕ່າງໆເຂົ້າສູ່ການປະຕິບັດຕົວຈິງຫລາຍຂຶ້ນ ເພື່ອສ້າງທ່າແຮງໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໃນຕໍ່ໜ້າ.

No comments:

Post a Comment