Ad

Ad

21 July 2016

ແມ່ຍິງລາວມີມູນເຊື້ອດຸໝັ່ນ ແລະ ອົງອາດກ້າຫານ

              ວັນທີ 20 ກໍລະກົດ ແມ່ນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ ແລະ ບັນດາອົງການຈັດຕັ້ງແມ່ຍິງຂັ້ນຕ່າງໆກໍໄດ້ຈັດຕັ້ງການສະເຫລີມສະຫລອງດ້ວຍບັນຍາກາດຟົດຟື້ນ ຄືຢູ່ຫໍວັດທະນະທຳແຫ່ງຊາດ ສະຫະພັນແມ່ຍິງລາວກໍໄດ້ຈັດຕັ້ງການສະເຫລີມສະຫລອງວັນປະຫວັດສາດສຳຄັນດັ່ງກ່າວເພື່ອຫວນຄືນເຖິງມູນເຊື້ອຂອງແມ່ຍິງລາວທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນຂະບວນການປະຕິວັດຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນຢ່າງພິລະອາດຫານຢູ່ຄຽງບ່າຄຽງໄຫລ່ກັບເພດຊາຍຕ້ານການຮຸກຮານຂອງພວກສັກດີນາລ່າເມືອງຂຶ້ນ ເພື່ອປົດປ່ອຍປະເທດຊາດອັນແສນຮັກ ແລະ ຫວງແຫນຂອງຕົນ. ມາໃນວັນທີ 20 ກໍລະກົດ 1955 ພັກໄດ້ສ້າງຕັ້ງໜ່ວຍຄົ້ນຄວ້າແມ່ຍິງຂຶ້ນຢູ່ເຂດທີ່ໝັ້ນຂອງການປະຕິວັດແຂວງຫົວພັນ ເຊິ່ງແມ່ນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງໃນປັດຈຸບັນ ເພື່ອເຮັດ
ໜ້າທີ່ສຶກສາອົບຮົມເຕົ້າໂຮມຄວາມສາມັກຄີແມ່ຍິງບັນດາເຜົ່າເຂົ້າຮ່ວມພາລະກິດຕໍ່ສູ້ປົດປ່ອຍຊາດ ໂດຍສະເພາະໄດ້ມອບໝາຍໜ້າທີ່ຕົ້ນຕໍໃຫ້ອົງການຈັດຕັ້ງແມ່ຍິງເຄື່ອນໄຫວປະຕິບັດໜ້າທີ່ເບິ່ງແຍງລ້ຽງດູ, ລຳລຽງສະບຽງອາຫານ, ອາວຸດໃຫ້ພະນັກງານນັກຮົບຢູ່ແນວໜ້າ, ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫລານອອກຮັບໃຊ້ປະເທດຊາດ, ປຸກລະດົມຂະບວນການແມ່ຍິງປະຕິບັດວຽກງານຢູ່ແນວຫລັງ ເພີ່ມພູນຜະລິດຜົນ, ເຂົ້າປາອາຫານ ເພື່ອສົ່ງໄປແນວໜ້າ. ໄປພ້ອມກັບການເຮັດໜ້າທີ່ໃນການຕໍ່ສູ້ດ້ານການເມືອງ ແລະ ຍາດແຍ່ງການຮ່ວມມືກັບອົງການຈັດຕັ້ງແມ່ຍິງສາກົນ ແລະ ຜ່ານຂະບວນວິວັດດັ່ງກ່າວຈຶ່ງມີແມ່ຍິງຈຳນວນບໍ່ໜ້ອຍຖືກສັດຕູຈັບກຸມຄຸມຂັງ, ທຸບຕີທໍລະມານ, ບັງຄັບໃຫ້ໄຂຄວາມລັບ ແຕ່ເຂົາເຈົ້າກໍເດັດຂາດບໍ່ຍອມຈຳນົນເຊິ່ງການອຸທິດອັນໃຫຍ່ຫລວງຂອງແມ່ ຍິງລາວບັນດາເຜົ່າດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການລຸກຮືຂຶ້ນຍຶດອຳນາດໃນທົ່ວປະເທດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສົມບູນໃນວັນທີ 2 ທັນວາ 1975.

              ມາຮອດປັດຈຸບັນ ສະຫະພັນແມ່ຍິງລາວໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນລັກສະນະທີ່ ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ ແລະ ປຸກລະດົມແມ່ຍິງລາວ ເຂົ້າຮ່ວມຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມ, ເວົ້າສະເພາະແມ່ນການພັດທະນາແມ່ຍິງໃນທຸກດ້ານ ນັບທັງດ້ານສຶກສາອົບຮົມການ ເມືອງ-ແນວຄິດໃຫ້ແມ່ຍິງລາວບັນດາເຜົ່າຮັບຮູ້ເຂົ້າໃຈຕໍ່ແນວທາງນະ ໂຍບາຍຂອງພັກ-ລັດ, ລັດຖະທຳມະ ນູນ ແລະ ກົດໝາຍທີ່ກ່ຽວພັນເຖິງການພັດທະນາ ແລະ ການປົກປ້ອງສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກນ້ອຍ, ນຳພາສ້າງຕັ້ງກອງທຶນ, ກຸ່ມທ້ອນເງິນ, ກອງທຶນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ສະຖາບັນການເງິນຈຸລະພາກ. ຜ່ານການຈັດຕັ້ງປະຕິ ບັດວຽກງານກອງທຶນດັ່ງກ່າວ ສ້າງໃຫ້ແມ່ຍິງຮູ້ ປະຢັດມັດທະຍັດ, ຮູ້ວາງແຜນໃຊ້ຈ່າຍໃນຄອບຄົວ, ມີທຶນສະສົມເພື່ອພັດທະນາຄອບຄົວ, ສ້າງເງື່ອນໄຂ ໃຫ້ແມ່ຍິງຜູ້ທຸກຍາກເຂົ້າເຖິງແຫລ່ງທຶນ ເພື່ອນຳໃຊ້ເຂົ້າໃນການຜະລິດ, ຄ້າຂາຍ ເພື່ອສ້າງວຽກເຮັດ ງານທຳ, ສ້າງລາຍໄດ້ໃຫ້ແກ່ຕົນເອງ ແລະ ຄອບຄົວ. ແມ່ຍິງຈຳນວນບໍ່ໜ້ອຍມີບົດບາດສຳຄັນໃນການຄຸ້ມ ຄອງເສດຖະກິດ, ເປັນຜູ້ຮັບຜິດຊອບໃນຫົວໜ່ວຍທຸລະກິດ, ເປັນຜູ້ປະກອບການ, ເປັນເຈົ້າຂອງທຸລະກິດ, ການຜະລິດເສດຖະກິດຄອບຄົວ, ມີຫລາຍຄອບຄົວໄດ້ກາຍເປັນຕົວແບບໃນດ້ານຕ່າງໆນັບມື້ມີຈຳນວນ ເພີ່ມຂຶ້ນ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຊາດນັບມື້ເຕີບໃຫຍ່ເຂັ້ມແຂງ.

No comments:

Post a Comment