Ad

Ad

21 July 2016

ອາຊຽນ ທົບທວນຄືນການຮ່ວມມືດ້ານຖະແຫລງຂ່າວ

          ກອງປະຊຸມອານຸກຳມະການຖະແຫລງຂ່າວອາຊຽນ ຄັ້ງທີ 17 ໄດ້ໄຂຂຶ້ນຢ່າງເປັນທາງການທີ່ນະຄອນຫລວງວຽງຈັນ ໃນວັນທີ 20 ກໍລະກົດນີ້ ເພື່ອທົບທວນຄືນການຈັດຕັ້ງປະຕິບັດບັນດາໂຄງ ການຮ່ວມມືດ້ານຖະແຫລງຂ່າວຂອງອາຊຽນ ໃນໄລ ຍະຜ່ານມາ ແລະ ສືບຕໍ່ສະເໜີບັນດາກິດຈະກຳ ແລະ ໂຄງການໝ່ຕ່າງໆໃນຂອບເຂດຖະແຫລງຂ່າວອາຊຽນ ເພື່ອນຳໄປຈັດຕັ້ງປະຕິບັດໃນສົກປີ 2017 ໃຫ້ໄດ້ຮັບຜົນໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຕົວແທນຈາກຄະນະອານຸກຳມະການຖະ ແຫລງຂ່າວ 10 ປະເທດອາຊຽນເຂົ້າຮ່ວມ.


          ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ມີຄຳເຫັນໃນກອງປະຊຸມວ່າ: ໃນໄລຍະຜ່ານມາ ລາວເຮົາໄດ້ມີການປະກອບສ່ວນສະໜັບສະໜູນຢ່າງແຂງແຮງຕໍ່ວຽກງານຖະແຫລງຂ່າວອາຊຽນ ເຊິ່ງໄດ້ເຮັດໃຫ້ມີສ່ວນຮ່ວມໃນການພັດທະນາ ແລະ ການປະຕິບັດໂຄງການທີ່ສໍາຄັນຕ່າງໆ ຢູ່ພາຍໃຕ້ຂະແໜງ ການຖະແຫລງຂ່າວຢ່າງມີຜົນສຳເລັດ ຄືໂຄງການແລກປ່ຽນຂ່າວທາງໂທລະພາບອາຊຽນ (ATN) ແລະ ວິທະຍຸ ອາຊຽນ (AIA), ເປັນທີ່ຮູ້ຈັກກັນດີ ໃນນາມສຽງຂອງອາຊຽນ, ສ່ວນໂຄງການຖາມ-ຕອບ ອາຊຽນ ເຊິ່ງເປັນໂຄງການທີ່ສຳຄັນ ເພື່ອສັງຄົມສາມາດເຂົ້າໃຈບັນດາປະເທດອາຊຽນຫລາຍຂຶ້ນ ແລະ ກໍໄດ້ຮັບການຈັດຕັ້ງປະຕິບັດມາຢ່າງເປັນຮູບປະທຳ.

No comments:

Post a Comment