Ad

Ad

28 May 2015

ຮູບເງົາເລື່ອງຮັກອີ່ຫຼີ2 ຈະອອກສາຍໃນຕົ້ນເດືອນມິຖຸນານີ້



ຫຼັງຈາກປະສົບຜົນສຳເລັດ ແລະ ໄດ້ຮັບສຽງຕອບຮັບເປັນຢ່າງດີໃນຮູບ ເງົາເລື່ອງ ຮັກອີຫຼີ ພາກ1 ທີ່ທີມງານ ແຂ້ວແຫ້ງໄດ້ສ້າງຮູບເງົາດັ່ງກ່າວແລ້ວ ຈາກນັ້ນກໍໄດ້ ສ້າງພາກ 2 ຂຶ້ນ, ໂດຍເລີ່ມການຖ່າຍທຳແຕ່ເດືອນມັງກອນປີນີ້, ມາຮອດປັດ ຈຸບັນໄດ້ສຳເລັດຮຽບຮ້ອຍແລ້ວ  ແລະ ໄດ້ອອກສາຍໃຫ້ສື່ມວນຊົນໄດ້ຮັບຊົນ  ໃນວັນທີ 26 ພຶດສະ ພາ ນີ້, ທີ່ຫໍວັດທະນະທຳແຫ່ງຊາດ, ເປັນຮອບ.
ຜູ້ກຳກັບຮູບເງົາເລື່ອງດັ່ງກ່າວໃຫ້ຮູ້ວ່າ: ຮູບເງົາເລື່ອງຮັກອີ່ຫຼີ 2 ໄດ້ເລີ່ມ ລົງມືຖ່າຍທຳມາຕັ້ງ ແຕ່ເດືອນມັງກອນ,ໃຊ້ເວລາຖ່າຍທຳ 9 ວັນ ໃນຄວາມຍາວ 95 ນາທີ, ມີນັກສະແດງຫຼັກ 7 ຄົນ ແລະ ຕົວປະກອບ 10 ກວ່າຄົນ, ເປັນຮູບເງົາເລື່ອງ ຄວາມຮັກຂອງ 3 ຄູ່ຮັກທີ່ມີຄວາມຕະຫຼົກເຮຮາ,  ໃນຫຼາຍແງ່ມຸມ, ເຊິ່ງກົມກຽວໄປດ້ວຍຄວາມອົກຫັກ, ສົມຫວັງ ແລະ ການໃຊ້ຊີວິດຂອງຄູ່ຜົວເມຍ ແລະ ໝູ່ເພື່ອນ, ຮູບເງົາເລື່ອງນີ້ມີກຳນົດຈະເຂົ້າສາຍໃນໂຮງຮູບເງົາຢູ່ຫໍວັດທະນະທຳແຫ່ງ ຊາດແຕ່ວັນທີ 6 ມິຖຸນານີ້ເປັນຕົ້ນໄປ ແລະ ໂຮງຮູບເງົາສູນການຄ້າໄອເຕັກເລີ່ມແຕ່ວັນທີ 8 ມິຖຸນາເປັນຕົ້ນໄປ.

No comments:

Post a Comment