Ad

Ad

4 July 2016

ຜະລິດຕະພັນ F&N ສະຫລອງຄົບຮອບ 9 ປີ ແຈກສາຍຄໍຄຳ 199 ເສັ້ນໃຫ້ລູກຄ້າ

          ທ້າຍອາທິດຜ່ານມາ, ບໍລິສັດ ຊີໄອ ການຄ້າ ຂາອອກ-ຂາເຂົ້າ, ໄດ້ຈັດພິທີຈັບສະ ຫລາກມອບສາຍຄໍຄຳໃຫ້ລູກຄ້າ ຈຳນວນ 36 ເສັ້ນ ເພື່ອສະເຫລີມສະຫລອງຄົບຮອບ 9 ປີຂອງບໍລິສັດຕົນ, ໂດຍມີທ່ານ ອິງກະມົນ ລັດຕະນະ ຮອງອຳນວຍການບໍລິສັດ ຊີໄອ ການຄ້າ ຂາອອກ-ຂາເຂົ້າ ແລະ ທ່ານ ອານຸສອນ ຜູ້ຈັດການບໍລິສັດ F&N ຈຳກັດ, ພ້ອມດ້ວຍລູກຄ້າເຂົ້າຮ່ວມເປັນຈຳນວນຫລາຍ.

          ການຈັບສະຫລາກຄັ້ງນີ້ ລູກຄ້າທີ່ມີຜະລິດຕະພັນ F&N ແມ່ນໄດ້ລອກເອົາເຈ້ຍທີ່ຫຸ້ມຫໍ່ ແລ້ວຂຽນຊື່, ທີ່ຢູ່, ເບີໂທຕິດຕໍ່ກັບ ເພື່ອປ່ອນລົງກ່ອງຮັບສະຫລາກ, ຫລັງຈາກນັ້ນ ບໍລິສັດກໍໄດ້ມີການຈັບສະຫລາກ ເລືອກຫາຜູ້ໂຊກດີ, ໂດຍຮອບທຳອິດແມ່ນຈັດຂຶ້ນໃນວັນທີ 7 ພຶດສະພາທີ່ຜ່ານມາ, ຢູ່ຕະ ຫລາດໂພນ
ສະຫວ່າງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ພ້ອມທັງແຈກສາຍຄໍຄຳ 36 ເສັ້ນ, ເສັ້ນລະ 1 ສະຫລຶງ, ຮອບທີສອງແມ່ນຈັດຂຶ້ນໃນວັນທີ 21 ພຶດສະພາ, ຢູ່ຕະຫລາດລືໄຊ ແຂວງອຸດົມໄຊ ຈຳນວນ 36 ເສັ້ນ, ຮອບທີ 3 ຈັດຂຶ້ນໃນວັນທີ 4 ມີຖຸນາຜ່ານມາ, ຢູ່ຕະຫລາດດາວເຮືອງ ແຂວງຈຳປາສັກ ຈຳນວນ 36 ເສັ້ນ, ຮອບທີ 4 ຈັດຂຶ້ນໃນວັນທີ 16 ມີຖຸນາ, ຢູ່ຕະຫລາດສະຫວັນໄຊ ແຂວງສະຫວັນນະຂດ ແລະ ຮອບສຸດທ້າຍ ຈັດຂຶ້ນໃນວັນທີ 2 ກໍລະກົດນີ້, ທີ່ສູນການຄ້າວຽງຈັນ-ເຊັນເຕີ ຈຳນວນ 36 ເສັ້ນ, ໃນນັ້ນ ເສັ້ນລະ 1 ສະຫລຶງ 19 ເສັ້ນ ແລະ ເສັ້ນລະ 1 ບາດມີ 9 ເສັ້ນ ລວມມູນຄ່າທັງໝົດ 200 ກວ່າລ້ານກີບ. 

No comments:

Post a Comment