Ad

Ad

30 August 2016

ທະນາຄານ BIDV ມອບຄອມພິວເຕີ 30 ເຄື່ອງໃຫ້ກະຊວງແຮງງານ


        ວັນທີ 26 ສິງຫາຜ່ານມານີ້, ທະນາຄານຫຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດ ນາມ (BIDV), ໂດຍທ່ານ ເຍືອງ ວັນ ເຟືອງ ຫົວໜ້າຫ້ອງການຜູ້ຕາງໜ້າທະນາຄານດັ່ງກ່າວ ປະຈຳລາວ, ໄດ້ນຳເອົາຄອມພິວເຕີ ຈຳນວນ 30 ເຄື່ອງມອບໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ, ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດປະໂຫຍດສູງສຸດ.

          ຊຶ່ງຕົ້ນຕໍຈະຈັດສົ່ງໄປໃຫ້ບັນດາແຂວງ ແລະ ເມືອງທີ່ທຸກຍາກ, ຂາດເຂີນໃນຂອບເຂດທົ່ວປະ ເທດ, ເພື່ອນຳໃຊ້ເຂົ້າໃນການບັນທຶກຂໍ້ມູນ, ສະຖິຕິ ແລະ ວຽກງານອື່ນໆ, ໃນການສະໜອງຂໍ້ມູນຂ່າວ
ສານໃຫ້ແກ່ການຂຶ້ນແຜນການ ເພື່ອນຳໄປພັດທະນາ ແລະ ປັບປຸງບັນດາວຽກງານຢູ່ບັນດາແຂວງຕ່າງໆ, ທ່ານຮອງລັດຖະມົນຕີ ກະຊວງດັ່ງກ່າວໄດ້ສະແດງຄວາມຂອບໃຈມາຍັງທະນາຄານທີ່ໄດ້ໃຫ້ການຊ່ວຍເຫລືອສຳຄັນນີ້ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະ ໃນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ.

No comments:

Post a Comment