Ad

Ad

30 August 2016

ຫລາຍເສັ້ນທາງໃນແຂວງພາກເໜືອເປ່ເພຫນັກຍ້ອນສະພາບຝົນຕົກ

          ເນື່ອງຈາກສະພາບຝົນຕົກໜັກແກ່ຍາວມາຫລາຍວັນສົ່ງຜົນໃຫ້ເກີດມີສະພາບນ້ຳຖ້ວມຮ້າຍແຮງບ້ານເຮືອ ແລະ ເນື້ອທີ່ການຜະລິດຂອງປະຊາຊົນເສຍຫຼາຍ ແລະ ຖະໜົນຫົນທາງຫຼາຍສາຍຖືກເຊາະເຈື່ອນປ່ເພ,ເປັນບວກເປັນຂຸມ ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ ໂດຍສະ ເພາະແມ່ນເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງທາງພາກເໜືອຄື : ເສັ້ນທາງປາກຊັນ- ຊຽງຂວາງ, ພູຄູນ-ຊຽງຂວາງ ແລະ ເສັ້ນທາງອື່ນໆກໍໄດ້ຮັບຜົນກະທົບເຊັ່ນດຽວກັນ, ນັບທັງນະຄອນຫຼວງວຽງຈັນແຕ່ຍັງບໍ່ຮ້າຍແຮງດັ່ງປີຜ່ານມ, ທັງນີ້ ກໍຍ້ອນພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ປັບປຸງເປັນແຕ່ລະໄລຍະໂດຍສະເພາະສັ້ນທາງ 13 ເໜືອ ເພື່ອບໍ່ໃຫ້ເສັ້ນທາງເຫຼົ່ານັ້ນເປເພໄດ້ງ່າຍ  ແລະ ສາມາດຮັບປະກັນໃຫ້ການສັນຈອນກໄປມີຄວາມສະດວກສະບາຍ.


No comments:

Post a Comment