Ad

Ad

29 August 2016

ນາຍົກລັດຖະມົນຕີລົງກວດກາຄວາມພ້ອມດ້ານຕ່າງໆໃນການກະກຽມຮອງຮັບກອງປະຊຸມສຸດຍອດອາຊຽນ

          ໃນວັນທີ 27 ສິງຫານີ້. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລົງກວດກາຄວາມພ້ອມຕ່າງໆໃນການກະກຽມໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາ ຊຽນຄັ້ງທີ 28 ແລະ 29 ໃນຕົ້ນເດືອນກັນຍານີ້ ທີ່ນະຄອນຫລວງວຽງຈັນ, ເຊິ່ງທ່ານໄດ້ໄປກວດກາເບິ່ງຫ້ອງທີ່ຈະໃຊ້ໃນພິທີເປີດ-ປິດ ກອງປະຊຸມ, ຫ້ອງຮັບຮອງຂອງບັນດາປະມຸກລັດ ແລະ ຫົວໜ້າຄະນະລັດຖະບານ, ຫ້ອງປະຊຸມເຈົ້າໜ້າທີ່ອາວຸໂສ, ຫ້ອງອາຫານ ແລະ ເຕັ້ນສໍາລັບພະນັກງານຮັບໃຊ້ຕ່າງໆ, ຈາກນັ້ນ ທ່ານນາຍົກລັດຖະ ມົນຕີ ກໍໄດ້ເດີນທາງໄປກວດກາເບິ່ງສູນຄວບຄຸມ ລະບົບວົງຈອນປິດສາຍດ່ວນ 1191 (GHL-PCC) ແລະ ສະຖານທີ່ພັກເຊົາ ຂອງບັນດາປະມຸກລັດ ທີ່ເຮືອນພັກວິນລາອາເຊັມ, ໂຮງແຮມແລນມາກ, ໂຮງແຮມດອນຈັນ ແລະ ສະຖານທີ່ສຳຄັນອື່ນໆ ເຫັນວ່າຢູ່ໃນຄວາມພ້ອມດີ.


          ທ່ານນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າອະນຸ ກໍາມະການພິທີການ ແລະ ສະຖານທີ່ໄດ້ລາຍງານຕໍ່ທ່ານນາຍົກຊາບວ່າ: ການກະກຽມຄວາມພ້ອມຕ່າງໆໃນການເປັນເຈົ້າພາບກອງ ປະຊຸມສຸດຍອດອາຊຽນຄັ້ງສຳຄັນນີ້, ມາຮອດປັດຈຸບັນແມ່ນບັນລຸໄດ້ແລ້ວ 90%. ສໍາລັບຢູ່ທີ່ຫໍປະຊຸມແຫ່ງຊາດ ເຊິ່ງຈະໃຊ້ເປັນສະຖານທີ່ ເປີດ-ປິດ, ກອງປະຊຸມນັ້ນ ກໍມີຄວາມພ້ອມແລ້ວເປັນຢ່າງດີ, ຊຶ່ງຍັງແຕ່ການເຮັດຄວາມສະອາດ, ຄວາມເປັນລະບຽບຮຽບ ຮ້ອຍ, ການຈັດໂຕະຕັ່ງໃຫ້ເຂົ້າກັບຄວາມຕ້ອງການຂອງກອງປະຊຸມ, ສ່ວນສະຖານທີ່ພັກເຊົາຂອງໂຮງ ແຮມທີ່ໄດ້ມີການກະກຽມຢູ່ 12 ແຫ່ງແມ່ນມີຄວາມພ້ອມແລ້ວ 100%.

No comments:

Post a Comment