ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນປະຈຳລາວໃຫ້ຮູ້ວ່າ:
ສປປ ລາວ ແມ່ນປະເທດໜຶ່ງທີ່ຕັ້ງຢູ່ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້, ປະຊາກອນສ່ວນຫຼາຍແມ່ນໄວໜຸ່ມກວມ 60 %, ຊຶ່ງມີອາຍຸຕ່ຳກວ່າ 25 ປີ ແລະ ຫຼາຍກວ່າ 30%
ແມ່ນມີອາຍຸລະວຫ່າງ 10 – 25 ປີ ,
ຈຳນວນໄວໜຸ່ມກວມເອົາ 70 % ແມ່ນອາໄສຢູ່ເຂດຊົນນະບົດ ແລະ 52,5 % ແມ່ນຊົນເຜົ່າລາວ ແລະ ຈາກການວິໄຈສະພາບຊາວໜຸ່ມ ແລະ ເຍົາວະຊົນ
(AYSA)
ຢູ່ ສປປ ລາວ ເຫັນວ່າ: ການປະກອບສ່ວນທາງດ້ານແຮງງານຂອງຊາວໜຸ່ມແມ່ນມີອັດຕາສູງເຖິງ
48,9%,ໃນກຸ່ມອາຍຸ 15 – 19 ປີ ແລະ 83.7%ໃນກຸ່ມອາຍຸ 20 – 24 ປີ,
ຊຶ່ງໃນນັ້ນອັດຕາການມີວຽກເຮັດງານທຳຂອງໄວໜຸ່ມຍິງໃນປັດ ຈຸບັນແມ່ນສູງກ່ວາໄວໜຸ່ມຊາຍ
ໃນກຸ່ມອາຍຸ 15
– 24 ປີ, ສຳລັບໂອກາດການຈ້າງງານແມ່ນຍັງມີຈຳ
ກັດ,
ສີມືແຮງງານຕ່ຳ, ຄ່ຈ້າງແຮງງານຖືກ ແລະ ຜົນຜະລິດຕ່ຳໂດຍສະເພາະຊາວໜຸ່ມໃນເຂດຊົນນະ ບົດແມ່ນອາໄສການຜະລິດກະສິກຳເພື່ອລ້ຽງຊີບ, ຊຶ່ງເຮັດໃຫ້ເຂົາເຈົ້າບໍ່ສາມາດຫຼຸດພົ້ນອອກຈາກວົງຈອນຄວາມທຸກຍາກໄດ້,
ຍ້ອນຄວາມແຕກຕ່າງລະຫວ່າງການສຶກສາ ແລະ
ວຽກເຮັດງານທຳທີ່ມີຢູ່ໃນ ສປປ ລາວ, ຊຶ່ງການມີລະດັບການສຶກສາສູງຖືກເບິ່ງວ່າມີຄ່າກວ່າການມີວິຊາຊີບ, ມີພຽງແຕ່ 1/3 ຂອງໂຄຕາເຂົ້າຮຽນອາຊີວະສຶກສາທີ່ໄດ້ຮັບການບັນຈຸເຂົ້າເຮັດວຽກ, ຍ້ອນວິຊາຊີບຕ່ຳທຽບກັບການສຶກສາໃນມະຫາວິທະຍາໄລ, ເພື່ອແກ້ໄຂບັນຫາດັ່ງກ່າວຈຳເປັນຕ້ອງໄດ້ມີການເຊື່ອມໂຍງລະຫວ່າງຂະແໜງການສຶກສາ
ແລະ ແຮງງານ,
ເພື່ອກຳຈັດການເຄື່ອນຍ້າຍແຮງງານນັງທັງຢູ່ພາຍໃນ ແລະ
ອອກນອກປະເທດເພີ່ມຂື້ນ ແລະ
ສ່ວນຫຼາຍເຂົ້າເຈົ້າຍົກຍ້າຍໂດຍບໍ່ໄດ້ຮັບການປ້ອງກັນທີ່ພຽງພໍຕໍ່ສຸຂະພາບ ແລະ
ສະຖານະພາບທາງກົດໝາຍ,
ຈຶ່ງເຮັດໃຫ້ເຂົາເຈົ້າມີຄວາມສ່ຽງຫຼາຍຂຶ້ນ, ຊຶ່ງບັນຫາດັ່ງກ່າວມັນຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງເພີ່ມຄວາມເອົາໃສ່ເປັນພິເສດເພື່ອແກ້ໄຂບັນຫາຕ່າງໆເຊັ່ນ:
ການແຕ່ງງານແຕ່ອາຍຸຍັງນ້ອຍ,
ການໃຊ້ຄວາມຮຸນແຮງໃນຄອບຄົວ, ການທາລຸນທາງຮ່າງການ,
ຢາເສບຕິດ ແລະ ອື່ນໆ.
No comments:
Post a Comment