Ad

Ad

29 August 2016

ກອງປະຊຸມຄະນະປະຈຳສະພາແຫ່ງຊາດ

          ກອງປະຊຸມສະໄໝສາມັນຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະຈຳເດືອນສິງຫາ ເພື່ອຮັບຟັງລາຍງານກ່ຽວກັບຮ່າງກົດໝາຍທີ່ໄດ້ກວດກາເນື້ອໃນຮອບດ້ານຈາກສະພາແຫ່ງຊາດ ເຊິ່ງປະກອບມີ: ກົດໝາຍວ່າດ້ວຍເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ, ກົດໝາຍວ່າດ້ວຍທາງຫລວງ (ສະບັບປັບປຸງ), ຜົນການຕິດຕາມກວດການອອກນິຕິກຳລຸ່ມກົດໝາຍ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດໃນສົກປີ 2015-2016 ໂດຍສະເພາະໂຄງການລົງທຶນດ້ານອຸດສາຫະກຳ ແລະ ກະສິກຳ ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການຈັດຕັ້ງແຜນງົບປະມານແຫ່ງລັດ ແລະ ຄວາມຄືບໜ້າກ່ຽວກັບການກະກຽມເປັນ
ເຈົ້າພາບຈັດກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ (AIPA) ແລະ ອາຊຍນ ຢູ່ສປປ ລາວ ແລະ ຜົນສຳເລັດຂອງການເປັນເຈົ້າພາບກອງປະຊຸມຄະນະປະສານງານໄອປາ ຄັ້ງທີ 8 ແລະ ການເຄື່ອນໄຫວວຽກງານການຕ່າງປະເທດຈຳນວນໜຶ່ງ. ນອກນີ້ ຍັງໄດ້ພິຈາລະນາແຜນການກະກຽມການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ VIII.

          ກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 25-26 ສິງຫາຜ່ານມາ, ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

No comments:

Post a Comment