Ad

Ad

29 August 2016

ຫລາຍພາກສ່ວນລະດົມທຶນຊ່ວຍເຫຼືອປະຊາຊົນແຂວງພາກເໜືອທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

          ສອງອາທິດຜ່ານມານີ້, ຫລາຍອົງການ, ພັກ-ລັດຖະບານ ກໍຄືກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ໄດ້ລະດົມທຶນ ແລະ ເຄື່ອງຊ່ວຍເຫລືອຕ່າງໆຈາກສັງຄົມ ເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫລືອບັນເທົາທຸກໃນເບື້ອງຕົ້ນໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດໃນຜ່ານມາຄື: ໃນວັນທີ 25 ສິງຫານີ້, ກະຊວງພະລັງງານ ແລະ ບໍ່ແຮ່; ກະຊວງໂທລະຄົມ ແລະ ໄປສະ ນີຕ່າງກໍໄດ້ນໍາເງິນສົດບ່ອນລະ 50 ລ້ານກີບ; ບໍລິສັດ ປຕທ ລາວ ຈຳກັດ ມອບເຂົ້າສານ ຈໍານວນ 400 ຖົງ, ນໍ້າດື່ມ 200 ແກັດ ຕົກເປັນມູນຄ່າ 23 ລ້ານກີບ; ບໍລິສັດ ຊີຊີ (CC) ໝໍ້ແປງໄຟຟ້າ ຈຳ ກັດ ໄດ້ມອບອາຫານສໍາເລັດຮູບ ປະເພດປາກະປອງ, ໝີ່, ນໍ້າດື່ມ ແລະ ຢາປົວພະຍາດ ລວມມູນຄ່າ 60.000 ບາດ (ສະກຸນເງິນໄທ) ແລະ ບໍລິສັດ ສັນຕິພາບ ສັງກະສີ ລາວ ມອບສັງກະສີຈຳນວນ 1.000 ແຜ່ນ ມູນຄ່າ 30 ລ້ານກີບ ເພື່ອຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບດັ່ງກ່າວ.


          ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ໃນນາມ ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ  ກໍຂໍເຊີນຊວນມາຍັງ ການຈັດຕັ້ງພາກລັດ, ເອກະຊົນ, ບັນດາທຸລະກິດຫ້າງຮ້ານ, ບັນດາຊັ້ນຄົນ ແລະ ອົງການຈັດຕັ້ງ ໃນສັງຄົມ ຜູ້ມີກຳລັງຊັບ, ມີວັດຖຸ ສາມາດປະກອບສ່ວນຊ່ວຍເຫຼືອ ປະຊາຊົນທີ່ພວມປະສົບຄວາມຫຍຸ້ງ ຍາກດັ່ງກ່າວ ເພື່ອໃຫ້ເຂົາເຈົ້າມີເງື່ອນໄຂຟື້ນຟູການຜະລິດ ແລະ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ຜ່ານເບີໂທ: 021 213 005, 222776, ຫຼື 020 55521811, 2222 5185, 2222 8154, 5567 5089, 2223 2212 , 5567 6987 ໄດ້ທຸກເວລາ. 

No comments:

Post a Comment