Ad

Ad

29 August 2016

ເປີດນຳໃຊ້ສູນຄວບຄຸມລະບົບກ້ອງວົງຈອນປິດ

          ວັນທີ 26 ສິງຫາ ນີ້ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ບໍລິສັດຫົວເຫວີຍ ເທັກໂນໂລຊີລາວ ຈຳກັດ ໄດ້ເປີດນຳໃຊ້ສູນຄວບຄຸມລະບົບວົງຈອນປິດ (GHL-PCC) ທີ່ ກົມໃຫ່ຍຕຳຫລວດ ກະຊວງປ້ອງກັນຄວາມສະຫງົບ ຊຶ່ງແມ່ນໂຄງການການຮ່ວມມືລະຫວ່າງ ບໍລິ ສັດ ຫົວເຫວີຍເທັກໂນໂລຊີລາວ ຈຳກັດ ແລະ ກະຊວງປ້ອງກັນຄວາມສະຫງົບ ເພື່ອພັດທະນາລະ ບົບການຮັບແຈ້ງເຫດຜ່ານສາຍດ່ວນ 1191 ທຸກເຄື່ອຂາຍໂດຍບໍ່ເສຍຄ່າ, ເພື່ອໃຫ້ປະຊາຊົນສາມາດແຈ້ງເຫດການທີ່ເກີດຂຶ້ນໃນສັງຄົມ, ຂໍຄວາມຊ່ວຍເຫລືອຈາກຕຳຫລວດເມື່ອຕົກຢູ່ໃນເຫດການສຸກເສີນ ເພື່ອໃຫ້ຕຳຫລວດໄດ້ອອກໄປປະຕິບັດການປ້ອງກັນ ແລະ ແກ້ໄຂເຫດຮ້າຍທີ່ກຳລັງເກີດຂຶ້ນໄດ້ທັນເວລາ, ໂດຍນຳໃຊ້ສູນສັ່ງການຕຳຫລວດທີ່ທັນ
ສະໄໜ ແລະ ແມ່ນໂຄງການບູລິ ມະສິດໜຶ່ງຂອງລັດຖະບານທີ່ໄດ້ຮັບເງີນກູ້ຢືມຈາກ ສປ ຈີນ ຫລາຍກວ່າ 39 ລ້ານໂດລາສະຫາລັດ ແລະ ທຶນສົມທົບຂອງຝ່າຍລາວຈຳນວນ 20 ຕື້ກວ່າກີບ.

          ການຫັນເປັນຄວາມທັນສະໄໜຂອງລະບົບດັ່ງກ່າວ, ຈະຊ່ວຍປັບປຸງປະສິດຕິພາບໃນການປະ ຕິບັດການຂອງເຈົ້າໜ້າທີ່ຕຳຫລວດ, ໂດຍນຳໃຊ້ເທັກໂນໂລຊີ 4G ສາ ມາດແນມເຫັນສະຖານທີ່ເກີດເຫດໄດ້ທົ່ວນະຄອນຫລວງວຽງຈັນ ໃນສູນບັນຊາການທັງໜົດ 19 ຈຸດ.

No comments:

Post a Comment