Ad

Ad

29 August 2016

ນາຍົກອອກຄຳສັ່ງໃຫ້ເພີ່ມທະວີກຳຈັດການລະບາດຂອງຕັກກະແຕນຝຸງຢູ່ເຂດພາກເໜືອ

          ເນື່ອງຈາກສະພາບພູມສັນຖານ ແລະ ການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ເກີດມີການລະບາດຂອງຕັກແຕນຝູງໄມ້ປ່ອງຢູ່ແຂວງຫລວງພະບາງ, ແຂວງຫົວພັນ ແລະ ແຂວງຜົ້ງສາລີ ນັບແຕ່ປີ 2015 ເປັນຕົ້ນມາ ອັນໄດ້ສ້າງຄວາມເສຍຫາຍຕໍ່ພື້ນທີ່ປູກເຂົ້າໄຮ່, ສາລີ ແລະ ພືດອື່ນໆຂອງປະຊາຊົນຫລາຍກວ່າ 3.6 ເຮັກຕາ ກວມເອົາ 112 ບ້ານ, ສົ່ງຜົນກະທົບໃຫ້ 3.359 ຄອບຄົວ ທີ່ດຳລົງຊີວິດຢູ່ເຂດດັ່ງກ່າວ ຕໍ່ສະພາບການດັ່ງກ່າວ, ລັດຖະບານໄດ້ຊີ້ນຳຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ແຕ່ງຕັ້ງຄະນະກຳມະການສະເພາະກິດ ເພື່ອແກ້ໄຂບັນຫາການລະ ບາດຂອງຕັກແຕນ ແລະ ໜູຂີ ຢູ່ແຂວງຫລວງພະບາງ ແລະ ບາງແຂວງພາກເໜືອ. ພ້ອມດຽວກັນນັ້ນ ກໍໄດ້ອອກແຈ້ງການໃຫ້ຄະນະກຳມະການສະເພາະກິດ ແລະ ບັນດາເຈົ້າແຂວງໃນ 3 ແຂວງເປົ້າໝາຍຖືເປັນວາລະສຳຄັນຂອງ
ຄະນະພັກ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນເອົາໃຈໃສ່ໃນການປ້ອງກັນ ແລະ ກຳຈັດຕັກແຕນຝູງໄມ້ປ່ອງດ້ວຍຫລາຍວິທີການ ໂດຍສະເພາະການນຳໃຊ້ພູມປັນຍາຊາວ ບ້ານເຊັ່ນ: ຈູດເສດພືດຕ່າງໆເພື່ອຂັບໄລ່, ໃຊ້ຕາໜ່າງກວດ ແລະ ເກັບທຳລາຍຖິ້ມ ແລະ ນຳໃຊ້ຢາປາບສັດຕູພືດທີ່ມີຜົນກະທົບໜ້ອຍຕໍ່ສິ່ງແວດລ້ອມ, ສີດພົ່ນຕາມພື້ນທີ່ພົບເຫັນຝູງຕັກແຕນ.
     ການລະບາດຂອງຕັກແຕນຝູງໄມ້ປ່ອງຖືເປັນຜົນກະທົບທີ່ຮ້າຍແຮງຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ຄວາມສະຫງົບໃນສັງຄົມ ໂດຍສະ ເພາະ 3 ແຂວງພາກເໜືອ. ສະນັ້ນ ນາຍົກລັດຖະມົນຕີໄດ້ອອກຄຳສັ່ງສະບັບເລກທີ 28/ນຍ ລົງວັນທີ 16 ສິງຫາ 2016 ເຖິງບັນດາລັດຖະມົນຕີ, ເຈົ້າແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນທີ່ມີຄວາມສ່ຽງ ແລະ ກຳລັງມີການລະບາດຂອງຕັກກາຝຸງໃນປັດຈຸບັນໃຫ້ເພີ່ມທະວີຄວາມເອົາໃຈໃສ່ໃນກນປ້ອງກັນ ແລະ ທຳລາຍຕັກກະແຕກຝຸງດັ່ງນີ້:
     1. ໃຫ້ບັນດາກະຊວງ, ອົງການອ້ອມຂ້າງສູນກາງ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ທະຫານ, ຕຳຫລວດ, ປະຊາຊົນ ແລະ ຊັ້ນຄົນຕ່າງໆ ເພີ່ມທະວີຄວາມຮັບຜິດຊອບໃນການປ້ອງກັນ ແລະ ກຳຈັດຕັກແຕນຝູງໄມ້ປ່ອງຢູ່ບັນດາແຂວງພາກ  ເໜືອໃຫ້ເປັນຂະບວນການຟົດຟື້ນ.
     2. ໃຫ້ຄະນະກຳມະການສະເພາະກິດເພື່ອແກ້ໄຂບັນຫາການລະບາດຂອງຕັກແຕນສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆໂຄສະນາເຜີຍແຜ່, ປຸກລະດົມທົ່ວປວງຊົນດ້ວຍການປູກຈິດສຳນຶກໃຫ້ການຈັດຕັ້ງບ້ານ ແລະ ປະຊາຊົນຮູ້ຈັກຜົນຮ້າຍ, ມີສະຕິລະວັງຕົວ ແລະ ເປັນເຈົ້າການໃນການປ້ອງກັນ ແລະ ກຳຈັດຕັກແຕນຝູງໄມ້ປ່ອງດ້ວຍຜ່ານຫລາຍຮູບການ.
     3. ຕ້ອງປຸກລະດົມກຳລັງແຮງສັງລວມທົ່ວຂະແໜງການ, ບັນດາອົງການ, ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ຊັ້ນຄົນຕ່າງໆ ແລະ ປະຊາຊົນເຂົ້າຮ່ວມກຳຈັດຕັກແຕນຝູງໄມ້ປ່ອງ ເປັນຕົ້ນໃນເຂດທີ່ເກີດລະບາດຕັກແຕນຝູງໄມ້ປ່ອງ, ພ້ອມທັງຂົນຂວາຍ ແລະ ຍາດແຍ່ງການສະໜັບສະໜູນຂອງນັກ ທຸລະກິດພາຍໃນ ແລະ ປະເທດເພື່ອນມິດ, ບັນດາອົງການຈັດຕັ້ງສາກົນເຂົ້າຮ່ວມໃນການປ້ອງກັນ ແລະ ກຳຈັດ ເພື່ອເຮັດໃຫ້ສະພາບການລະບາດກັບເຂົ້າສູ່ຄວາມປົກກະຕິໂດຍໄວ.
      4. ເພີ່ມທະວີຄວາມຮັບຜິດຊອບຂອງບັນດາກະຊວງ, ອົງການອ້ອມຂ້າງສູນກາງ ແລະ ອົງການປົກຄອງທ້ອງຖິ່ນໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ໃຫ້ເກີດຜົນເປັນຈິງ ດັ່ງນີ້: ກະຊວງກະສິກຳ ແລະ ປ່າໄມ້ໃນຖານະເປັນຫົວໜ້າຄະນະກຳມະການສະເພາະກິດ ເພື່ອແກ້ໄຂບັນຫາການລະບາດຂອງຕັກແຕນຝູງໄມ້ປ່ອງເປັນໃຈກາງ, ເປັນເຈົ້າການສົມທົບກັບຂະແໜງການ, ອົງການປົກຄອງແຂວງ ໂດຍສະເພາະ 3 ແຂວງເປົ້າໝາຍ ແລະ 7 ແຂວງທີ່ມີຄວາມສ່ຽງ ເພື່ອກຳນົດແຜນປະຕິບັດງານໄລຍະສັ້ນ (ທ້າຍປີ 2016), ໄລຍະກາງ (ປີ 2017) ແລະ ໄລຍະຍາວ (2018-2020), ສ້າງ ແລະ ຈັດຕັ້ງປະຕິບັດແຜນດັ່ງກ່າວໃຫ້ໄດ້ຮັບຜົນສຳເລັດ.

     5. ໃຫ້ລັດຖະມົນຕີ, ຫົວໜ້າອົງການອ້ອມຂ້າງສູນກາງ, ຄະນະກຳມະການສະເພາະກິດ ເພື່ອແກ້ໄຂບັນຫາການລະບາດຂອງຕັກແຕນ ແລະ ຄົ້ນຄວ້າ, ກຳແໜ້ນຄຳສັ່ງສະບັບນີ້ ພ້ອມທັງຜັນຂະຫຍາຍອອກເປັນໜ້າວຽກອັນລະອຽດຕາມຄວາມຮັບຜິດຊອບຂອງຕົນ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.

No comments:

Post a Comment