Ad

Ad

29 August 2016

ປັບລາຄານ້ຳມັນກາຊວນຂຶ້ນລິດລະ 170 ກີບ

          ກະຊວງອຸດສາຫະກຳ ແລະການ ຄ້າ ໄດ້ອອກແຈ້ງການປັບຂຶ້ນລາຄາຂາຍນ້ຳມັນກາຊວນຂຶ້ນຕື່ມອີກລິດລະ 170 ກີບ ໃນຂອບເຂດທົ່ວປະເທດ, ເປັນຄັ້ງທຳອິດໃນຮອບປີຂະນະທີ່ນ້ຳມັນແອັດຊັງມີການເໜັງຕີງຂຶ້ນໆ-ລົງໆຫຼາຍຮອບຕິດຕໍ່ກັນ, ເພື່ອໃຫ້ສອດຄ່ອງກັບສະພາບລາຄາຊື້-ຂາຍນ້ຳມັນເຊື້ອໄຟຢູ່ຕະຫຼາດໂລກໃນປັດຈຸບັນ.
    ສະເພາະລາຄາໃໝ່ທີ່ປັບຂຶ້ນຄັ້ງນີ້ ແມ່ນຈະເລີ່ມປະຕິບັດແຕ່ເວລາ 6:00 ໂມງຂອງ ເຊົ້າວັນທີ 26 ສິງຫາ 2016 ເປັນຕົ້ນໄປ. ໂດຍລາຄານ້ຳມັນ ຢູ່ໃນນະຄອນຫຼວງວຽງຈັນ ແອັດຊັງພິເສດ ຍັງຄົງທີ່ລິດລະ 8.350 ກີບ, ແອັດຊັງທຳມະ ດາ 7.350 ກີບ, ແຕ່ ກາຊວນປັບເປັນ 6.370 ກີບ, ສ່ວນ ແຂວງຜົ້ງສາລີ
ແອັດຊັງພິເສດລາຄາລິດ ລະ 8.350 ກີບ, ແອັດຊັງທຳມະດາ 8.080 ກີບ ແລະ ກາຊວນແມ່ນ 7.100 ກີບ, ແຂວງຫຼວງນ້ຳທາ ແອັດຊັງພິເສດແມ່ນ 8.350 ກີບ, ແອັດ ຊັງທຳມະດາ 7.710 ກີບ ແລະ ກາຊວນ ເປັນ 6.730 ກີບ, ແຂວງອຸດົມໄຊ ແອັດ ຊັງພິເສດລາຄາ 8.350 ກີບ, ແອັດຊັງທຳ ມະດາ 7.800 ກີບ ແລະ ກາຊວນ 6.820 ກີບ, ແຂວງບໍ່ແກ້ວ ແອັດຊັງພິເສດລິດລະ 8.450 ກີບ, ແອັດທຳມະດາ 7.450 ກີບ ແລະ ກາຊວນ 6.470 ກີບ, ສ່ວນແຂວງ ຫຼວງພະບາງແອັດຊັງ ພິເສດແມ່ນໃຫ້ຂາຍໃນລາຄາ 8.810 ກີບ, ແອັດຊັງທຳມະດາ 7.810 ກີບ ແລະກາຊວນເປັນ 6.830 ກີບ.
    ສ່ວນແຂວງໄຊຍະບູລີ ແອັດຊັງພິເສດ ລາຄາ 8.810 ກີບ, ແອັດຊັງທຳມະດາ 7.750 ກີບ ແລະກາຊວນແມ່ນ 6.770 ກີບ, ແຂວງຫົວພັນ ແອັດຊັງພິເສດ 8.810  ກີບ, ແອັດຊັງທຳມະດາ 7.750 ກີບ ແລະ ກາຊວນ 6.770 ກີບ, ຫຍັບລົງມາແຂວງ ຊຽງຊວາງ ແອັດຊັງພິເສດລິດລະ 8.810 ກີບ, ແອັດຊັງທຳມະດາ 7.540 ກີບ ແລະ ກາຊວນເປັນ 6.560 ກີບ, ແຂວງວຽງ ຈັນ ແອັດຊັງພິເສດ 8.350 ກີບ, ແອັດຊັງ ທຳມະດາ 7.350 ກີບ ແລະກາຊວນ 6.370 ກີບ ແລະແຂວງບໍລິຄຳໄຊແອັດ ຊັງພິເສດ 8.350 ກີບ, ແອັດຊັງທຳມະດາ 7.470 ກີບ ແລະກາຊວນແມ່ນ 6.490 ກີບ.

   ຢູ່ແຂວງຄຳມ່ວນ ແອັດຊັງພິເສດ 8.380 ກີບ, ແອັດຊັງທຳມະດາ 7.380 ກີບ ແລະກາຊວນ 6.400 ກີບ, ແຂວງ ສະຫວັນນະເຂດ ແອັດຊັງພິເສດ 8.380 ກີບ, ແອັດຊັງທຳມະດາ 7.380 ກີບ ແລະ ກາຊວນ 6.400 ກີບ, ແຂວງສາລະວັນ ແອັດຊັງພິເສດ 8.380 ກີບ, ແອັດຊັງທຳ ມະດາ 7.560 ກີບ ແລະກາຊວນ 6.580 ກີບ, ແຂວງຈຳປາສັກ ແອັດຊັງພິເສດ 8.410 ກີບ, ແອັດຊັງທຳມະດາ 7.410  ກີບ ແລະກາຊວນ 6.430 ກີບ, ແຕ່ຢູ່ ແຂວງເຊກອງ, ອັດຕະປື ແລະແຂວງໄຊ ສົມບູນແມ່ນຈະຂາຍໃນລາຄາດຽວກັນ ນັບແຕ່ແອັດຊັງພິເສດ 8.410 ກີບ, ແອັດ ຊັງທຳມະດາ 7.590 ກີບ ແລະກາຊວນ 6.610 ກີບ.

No comments:

Post a Comment