Ad

Ad

26 August 2016

ລາວຖືສຳຄັນວຽກງານການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ

          ທ່ານນາງ ບັນດິດ ປະທຸມວັນ ຮັກສາການ ປະທານຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ໄດ້ກ່າວໃນກອງປະຊຸມລະດັບຊາດ ກ່ຽວກັບການສ້າງແຜນງົບປະມານທີ່ເອົາ ໃຈໃສ່ບົດບາດຍິງ-ຊາຍ ໃນວັນທີ 25 ສິງຫາ ນີ້ ຢູ່ນະຄອນຫລວງວຽງຈັນ ວ່າ: ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບການຈຳແນກ ແລະ ການຕ້ານໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ຖືເປັນວຽກງານບູລິມະສິດຂອງພັກ-ລັດ, ທັງເປັນການຈັດຕັ້ງປະຕິ ບັດພັນທະຂອງລັດຖະ ບານໃນການເປັນພາຄີຕໍ່ສົນທິສັນຍາ ແລະ ນິຕິກຳສາກົນ ກໍຄື ການຈັດຕັ້ງຜັນຂະຫຍາຍສົນທິສັນຍາຊີດໍ, ຖະແຫລງການ-ແຜນປະຕິບັດງານປັກກິ່ງ ແລະ ນິຕິກຳສາກົນອື່ນໆທີ່ພົວ ພັນ
ເຖິງສິດທິຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ເຂົ້າໃນແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳຕ່າງໆ ໂດຍສະເພາະ ແຜນຍຸດທະສາດແຫ່ງຊາດ ເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນແຕ່ລະໄລຍະ ອັນພົ້ນເດັ່ນ ແມ່ນວຽກງານຄວາມສະເໝີພາບຍິງ-ຊາຍ ໄດ້ມີການກຳນົດໃນມະຕິ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ III 2016-2020, ການປັບປຸງລັດຖະທຳມະນູນ ໃນປີ 2015 ລວມເຖິງການສ້າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງໃນປີ 2015; ນອກນັ້ນ ຍັງໄດ້ມີການສ້າງບົດສຶກສາລະດັບຊາດ ໃນຫົວຂໍ້ຕ່າງໆ ເຊິ່ງມັນໄດ້ກາຍເປັນນິຕິກຳ, ເປັນຂໍ້ມູນ ແລະ ເປັນບ່ອນອີງ ໃຫ້ການຈັດຕັ້ງປະຕິບັດວຽກງານຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ໃຫ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທຳເທື່ອລະກ້າວ. 

No comments:

Post a Comment