Ad

Ad

26 August 2016

ກະຊວງ ຖວທ ປາຖະກະຖາ ວັນລັດຖະທຳມະນູນ-ເສັ້ນທາງລົດໄຟ


        ໃນວັນທີ 25 ສິງຫານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດການປາຖະກະຖາເຜີຍແຜ່ ກ່ຽວກັບວັນລັດຖະທຳມະນູນ ແຫ່ງ ສປປ ລາວ ຄົບຮອບ 25 ປີ(15/8/1991-15/8/2016) ແລະ ເອກະສານນຳພາແນວຄິດ ກ່ຽວກັບການເສັ້ນທາງລົດໄຟລາວ-ຈີນ, ແນໃສ່ສຶກສາອົມຮົມໃຫ້ພະນັກງານສະມາຊິກພັກຫລັກແຫລ່ງ ໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງ ແລະ ກຳແໜ້ນເນື້ອໃນຈິດໃຈຂອງສອງບັນຫາສຳຄັນດັ່ງກ່າວ.
          ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ປະທານກອງປະຊຸມ ໄດ້ຍົກໃຫ້ເຫັນສະພາບແວດລ້ອມແຫ່ງການກຳເນີດ ແລະ ຄວາມສຳຄັນຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ເຊິ່ງເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງ
ປ່ຽນແປງໃໝ່ຢ່າງຮອບດ້ານທີ່ມີຫລັກການ ຂອງພັກປະຊາຊົນປະຕິວັດລາວ ມາເປັນກົດໝາຍພື້ນຖານຂອງລະ ບອບປະຊາທິປະໄຕປະຊາຊົນລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນ້ຳໃຈຮັກຊາດ ຮັກລະບອບໃໝ່, ເຊີດຊູບົດບາດຄວາມເປັນເຈົ້າການ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ພັກກຳນົດໄວ້. ຜ່ານການຈັດຕັ້ງປະຕິບັດໄລຍະ 25 ປີຜ່ານມາ ສາມາດຫັນລັດຖະທຳມະ ນູນເປັນກົດໝາຍ ໄດ້ 119 ສະບັບ, ນິຕິກຳລຸ່ມກົດໝາຍໄດ້ຫລາຍຮ້ອຍສະບັບ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ນັບມື້ເປັນລະບົບຄົບຊຸດເທື່ອລະກ້າວ.

          ນອກຈາກນີ້ ຍັງໄດ້ຍົກໃຫ້ເຫັນຄວາມເປັນມາ ແລະ ຄວາມໝາຍສຳຄັນຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ລວມທັງດ້ານເຕັກນິກ, ການບໍລິການຂົນສົ່ງ, ການເງິນ-ການລົງທຶນ ແລະ ບັນຫາສຳຄັນອື່ນໆເພື່ອເຮັດໃຫ້ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ທັງເປັນເອກະພາບກັນໃນທຸກເປົ້າໝາຍ. ທັງນີ້ ເນື່ອງຈາກໂຄງການດັ່ງກ່າວ ເປັນໂຄງການຮ່ວມມືທີ່ສຳຄັນຂອງສອງລັດຖະບານ ລາວ-ຈີນ, ທັງເປັນການເສີມຂະຫຍາຍມູນເຊື້ອການພົວພັນອັນດີງາມຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນັ້ນ ໄດ້ຊີ້ໃຫ້ເຫັນຄາດຄະເນຜົນໄດ້ຮັບຈາກໂຄງ ການທາງລົດໄຟລາວ-ຈີນ ເຊິ່ງຈະຊ່ວຍໃຫ້ສປປ ລາວ ມີພື້ນຖານເສດຖະກິດທີ່ໝັ້ນຄົງ ຕອບສະໜອງຍຸດທະສາດຫັນປະເທດຈາກການທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດທີ່ມີການເຊື່ອມຈອດກັບພາກພື້ນ ແລະ ສາກົນ. ສິ່ງສຳຄັນລາວ ຈະບັນລຸການຮ່ວມມືດ້ານຍຸດທະສາດ ແລະ ການເຊື່ອມຈອດກັບບັນດາປະເທດອາຊຽນ ແລະ ສປ ຈີນ, ທາງລົດໄຟ ຍັງຈະເປັນເຄື່ອງມືສຳຄັນ ໃນການດຶງດູດນັກລົງທຶນຈາກຕ່າງປະເທດ. ນອກນີ້, ຄ່າຂົນສົ່ງທາງລົດໄຟຍັງມີຕົ້ນທຶນຕ່ຳ ເຊິ່ງຈະເປັນປັດໃຈປະກອບ ສ່ວນໃຫ້ຂະແໜງກະສິກຳ, ອຸດສາຫະກຳທ່ອທ່ຽວ ແລະ ຂະແໜງການອື່ນໆມີຕົ້ນທຶນຜະລິດຕ່ຳ ທີ່ເປັນທ່າແຮງໄດ້ປຽບໃນການນຳເຂົ້າ-ສົ່ງອອກສິນຄ້າ.

No comments:

Post a Comment