Ad

Ad

26 August 2016

ບັນຍາກາດການຊື້-ຂາຍອຸປະກອນເຄື່ອງນຸ່ງນັກຮຽນຕາມທ້ອງຕະຫລາດເລີ່ມຄຶກຄື້ນ

          ຕາມການລົງສັງເກດເບິ່ງບັນຍາກາດການຊື້-ຂາຍອຸປະກອນການຮຽນ ແລະ ເຄື່ອງນຸ່ງນັກ ຮຽນຢູ່ຕາມທ້ອງຕະຫຼາດຕ່າງໆເຊັ່ນ: ຕະຫຼາດເຊົ້າ, ຂົວດິນ ແລະ ສູນການຄ້າຕ່າງໆໃນນະຄອນຫຼວງວຽງຈັນຂອງນັກຂ່າວພວກເຮົາເຫັນວ່າ: ໄລຍະນີ້ ການຊື້-ຂາຍສິນຄ້າດັ່ງກ່າວແມ່ນມີຄວາມຄຶກຄື້ນດີ, ຂະນະທີ່ຊາວຄ້າຂາຍກໍໄດ້ມີການກະກຽມສິນຄ້າ ຂອງຕົນເປັນຈຳນວນຫຼາຍເພື່ອຈຳໜ່າຍກ່ອນເປີດສົກຮຽນໃໝ່. ແມ່ຄ້າສ່ວນຫລາຍບອກວ່າ: ລາຄາເຄື່ອງນຸ່ງ ແລະ ອຸປະກອນການຮຽນແມ່ນຍັງຢູ່ໃນເກນປົກກະຕິຄືປີຜ່ານໆມາ ແລະ ຈະສາມາດຕອບສະໜອງໄດ້ພຽງພໍກັບຄວາມຕ້ອງການຂອງສັງຄົມເປັນຢ່າງດີ. ສ່ວນຢູ່ບັນດາແຂວງຕ່າງໆເຫັນວ່າມີບັນຍາກາດຄຶກຄື້ນເຊັ່ນກັນ, ຊຶ່ງສັງເກດໄດ້ຈາກການກະກຽມ
ສິນຄ້າຂອງແມ່ຄ້າຈາກຕ່າງແຂວງໄດ້ເຂົ້າມາ ເພື່ອຊື້ອຸປະກອນການຮຽນ ແລະ ເຄື່ອງ ນຸ່ງນັກຮຽນໄປຈຳໜ່າຍຕໍ່ຢູ່ທ້ອງຖິ່ນຕົນເປັນຈຳນວນຫລາຍສົມຄວນ, ຢ່າງໃດກໍຕາມ ໃນກໍລະນີດັ່ງກ່າວ ກໍຂໍໃຫ້ພາກສ່ວນກ່ຽວຂ້ອງຕ້ອງເອົາໃຈໃສ່ຕິດຕາມກວດກາສິນຄ້າປະເພດດັ່ງກ່າວໃນໄລຍະນີ້ໃຫ້ດີ ເພື່ອບໍໃຫ້ເກີດການສວຍໂອກາດສົ່ງຜົນກະທົບຕໍ່ປະຊາຊົນກໍຄືຜູ້ປົກຄອງປັດຈຸບັນໂຮງຮຽນແຫ່ງຕ່າງໆໃນນະຄອນຫລວງວຽງຈັນ ກໍຄືໃນຂອບເຂດທົ່ວປະເທດກໍພວມມີການກຽມຄວາມພ້ອມໃຫ້ແກ່ການເປີດສົກຮຽນໃໝ່, ໂດຍສະເພາະກະກຽມອຸປະກອນຮັບໃຊ້ການຮຽນ-ການສອນ, ສ້ອມ ແປງໂຕະ-ຕັ່ງທີ່ເປ່ເພ, ທຳສີອາຄານທີ່ເກົ່າແກ່ ແລະ ບູລະນະອະນາໄມພາຍໃນຂອບເຂດໂຮງຮຽນຂອງຕົນໃຫ້ມີຄວາມສະອາດສວຍງາມເພື່ອພ້ອມໃຫ້ແກ່ການເປີດສົກຮຽນໃໝ່ໃນວັນທີ 1 ກັນຍາທີ່ຈະມາເຖິງນີ້.

No comments:

Post a Comment