Ad

Ad

26 August 2016

ເລີ່ມພັດທະນາໂຄງການເຂື່ອນໄຟຟ້ານ້ຳລົ້ນຫີນບູນຕອນລຸ່ມ

          ອີງຕາມແຫລ່ງຂ່າວແຂວງຄຳມ່ວນ ໃຫ້ຮູ້ວ່າ: ບໍລິສັດພະລັງງານ ຣາຊີຕາ ຈໍາກັດ ໄດ້ຮັບອະນຸຍາດໃຫ້ສໍາປະທານໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳລົ້ນ ນ້ຳຫີນບູນຕອນລຸ່ມຂະໜາດ 15 ເມກາວັດ ເຂດບ້ານຄໍາແກ້ວ ເມືອງຫີນບູນ ແຂວງຄຳມ່ວນ. ພິທີເຊັນສັນຍາໄດ້ມີຂຶ້ນໃນວັນທີ 24 ສິງຫານີ້, ລະຫວ່າງ ທ່ານ ດາວໄຫລ ແກ້ວດວງດີ ຫົວໜ້າພະແນກແຜນການ-ການລົງທຶນແຂວງ ແລະ ທ່ານ ສົມພອນ ອຸດອນ ຜູ້ອໍານວຍການບໍລິສັດພະລັງງານ ຣາຊີຕາ ຈໍາກັດ, ພ້ອມພາກສ່ວນກ່ຽວ ຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
          ສັນຍາໄດ້ລະບຸວ່າ: ໃນໄລຍະ 5 ປີເບື້ອງຕົ້ນ ນັບແຕ່ມື້ໄດ້ຂາຍພະລັງງານໄຟຟ້າແມ່ນ ຄິດໄລ່ 0,5% ຕໍ່ປີ ຂອງລາຍຮັບຂອງການຂາຍພະລັງງານໄຟຟ້າທັງໝົດ, ເລີ່ມແຕ່ປີທີ 6 ຈົນໝົດອາຍຸສໍາປະທານ ແມ່ນຄິດໄລ່ 1% ຕໍ່ປີ ຂອງການຂາຍພະລັງງານໄຟຟ້າທັງໝົດ. ສ່ວນການຈັດຕັ້ງປະຕິບັດ ໂຄງການ ແມ່ນແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີໜຶ່ງ ການພັດທະນາໂຄງການບໍລິສັດ ຈະຮັບຜິດ ຊອບ
ຕໍ່ການພັດທະນາ ໂຄງການຈົນເຖິງວັນທີເປີດການຜະລິດໄຟຟ້າຢ່າງເປັນທາງການ ແລະ ສ່ວນໄລ ຍະທີສອງ ແມ່ນການອອກແບບທາງດ້ານວິສະວະກໍາ, ການຈັດຊື້ ແລະ ການກໍ່ສ້າງ; ໄລຍະດໍາເນີນການກໍ່ສ້າງບໍລິລິສັດຈະຖືກຍົກເວັ້ນອາກອນ, ແຕ່ສໍາລັບພະນັກງານຂອງບໍລິສັດ ແລະ ພະນັກ ງານລູກຈ້າງຂອງບັນດາຜູ້ຮັບເໝົາ ຫລື ຜູ້ຮັບເໝົາກໍຕ້ອງຈ່າຍລາຍໄດ້ຈາກການເຮັດວຽກຢູ່ ສປປ ລາວ ຕາມກົດໝາຍ ໂດຍອັດຕາທີ່ນໍາໃຊ້ກັບແຮງງານຕ່າງດ້າວແມ່ນ 10% ຂອງລາຍຮັບ. ຄາດວ່າຈະເປີດຜະລິດກະແສໄຟ ຟ້າຢ່າງເປັນທາງການໃນປີ  2019.

          ພາຍຫລັງສໍາເລັດການກໍ່ສ້າງ ແມ່ນຈະໄດ້ເຊື່ອມຕໍ່ເຂົ້າກັບສາຍສົ່ງ ຂອງລັດວິສາຫະກິດໄຟຟ້າລາວເພື່ອຂາຍກະແສໄຟຟ້າ ໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ຫລື EGAT. ສ່ວນພັນທະອື່ນໆນັ້ນ ບໍລິສັດຈະປະກອບທຶນເຂົ້າກອງທຶນຄຸ້ມຄອງໂຄງການຈໍານວນ 48 ລ້ານກີບຕໍ່ປີ, ທຶນຄຸ້ມຄອງເຕັກນິກ ຈໍານວນ 48 ລ້ານກີບຕໍ່ປີ, ທຶນຄຸ້ມຄອງສິ່ງແວດລ້ອມ 48 ລ້ານກີບຕໍ່ປີ, ທຶນພັດທະນາສັງຄົມຂັ້ນແຂວງ 48 ລ້ານກີບຕໍ່ປີ, ທຶນພັດທະນາທ້ອງຖິ່ນຂັ້ນເມືອງ 48 ລ້ານກີບຕໍ່ປີ, ທຶນພັດທະນາທ້ອງຖິ່ນຂັ້ນບ້ານ 48 ລ້ານກີບຕໍ່ປີ. ນອກຈາກພັນທະທີ່ລຸບຸໄວ້ເບື້ອງຕົ້ນແລ້ວ ໃນໄລຍະ 5 ປີທໍາອິດ ບໍລິສັດຍັງໄດ້ຈັດສັນງົບ ປະມານຈໍານວນ 4,96 ຕື້ກີບ ເພື່ອຮັບໃຊ້ເຂົ້າໃນກິດຈະກໍາຕ່າງໆໃນຕໍ່ໜ້າ.

No comments:

Post a Comment