Ad

Ad

11 August 2016

ການບິນລາວເປັນສະມາຊິກສົມບູນຂອງສະມາຄົມຂົນສົ່ງທາງອາກາດສາກົນ

            ນັບວ່າເປັນຄວາມພາກພູມໃຈຍິ່ງຂອງຄະນະນໍາ ແລະ ພະນັກງານການບິນລາວ, ພາຍຫລັງວິສາຫະກິດດັ່ງກ່າວໄດ້ຮັບໃບຢັ້ງຢືນການເຂົ້າເປັນສະມາຊິກສົມບູນຂອງສະມາຄົມການຂົນສົ່ງທາງອາກາດສາກົນ (IATA) ທີ່ມີຂຶ້ນໃນວັນທີ 10 ສິງຫານີ້, ທີ່ນະຄອນ ຫລວງວຽງຈັນ, ລະຫວ່າງທ່ານ ສົມພອນ ດວງດາລາ ອໍານວຍການລັດວິສາຫະກິດການບິນລາວ ແລະ ທ່ານ ຄອນຣາດ ຄລິບຟອດ ຮອງປະທານສະມາຄົມການຂົນສົ່ງທາງອາກາດສາກົນ, ໂດຍມີທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງນາງ ວິໄລຄໍາ ໂພສາລາດ, ພ້ອມດ້ວຍຄະນະນໍາ ແລະ ພະນັກງານລັດວິສາຫະກິດການບິນລາວເຂົ້າຮ່ວມເປັນຈໍານວນຫລາຍ.

             ທ່ານອໍານວຍການລັດວິສາຫະກິດການບິນລາວ ກ່າວວ່າ: ການເຂົ້າເປັນສະມາຊິກສົມບູນຂອງສະມາຄົມດັ່ງກ່າວ, ແມ່ນບາດກ້າວສໍາຄັນໃນການຫັນປ່ຽນສູ່ລະບົບສາກົນຢ່າງເຕັມຮູບແບບໃນທຸກດ້ານເພື່ອຮອງຮັບການບໍລິການສາຍການບິນໃຫ້ທັນສະໃໝຂື້ນເທື່ອລະກ້າວ ໂດຍສະເພາະຄວາມປອດໄພການຂົນສົ່ງທາງອາກາດ, ສົ່ງເສີມການຮ່ວມມືລະຫວ່າງສາຍການບິນສະມາຊິກ, ສົ່ງເສີມມາດຕະການທາງດ້ານການຄ້າ ລວມທັງອໍານວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ແລະ ສີນຄ້າ, ຂະນະດຽວກັນຈະເຮັດໃຫ້ການບິນລາວຖືກຍົກສູງບົດບາດ, ເປັນທີ່ຮັບຮູ້ ແລະ ເຊື່ອຖືໃນເວທີສາກົນ, ທັງໄດ້ຮັບການສະໜັບສະໜູນສົ່ງເສີມໃນການດໍາເນີນທຸລະກິດ, ຄວາມປອດໄພ, ຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍ, ສະໜອງການຝຶກອົບຮົມ ແລະ ອື່ນໆ, ພິເສດແມ່ນສ້າງເງື່ອນໄຂສະດວກໃຫ້ແກ່ການບິນລາວເພື່ອຮ່ວມມືກັບສາຍການບິນຕ່າງໆທັງໃນພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ, ຊຶ່ງມາຮອດປັດຈຸບັນສະມາຄົມການຂົນສົ່ງທາງອາກາດສາກົນແມ່ນມີສະມາຊິກທັງໝົດ 265 ສາຍການບິນໃນທົ່ວໂລກ.
           ທ່ານຮອງປະທານສະມາຄົມການຂົນສົ່ງທາງອາກາດສາກົນ ມີຄໍາເຫັນວ່າ: ສະມາຄົມພວກເຮົາສ້າງຕັ້ງຂຶ້ນໃນປີ 1945 ແລະ ດໍາເນີນໜ້າວຽກສໍາຄັນຄື: ວຽກງານດ້ານການເງິນ ແລະ ໃຫ້ບໍລິ ການຈັດຈໍາໜ່າຍລະຫວ່າງສາຍການບິນ ແລະ ຕົວແທນຈໍາໜ່າຍ, ຊຶ່ງມີຍອດມູນຄ່າການຊໍາລະສະສາງກ່ຽວກັບປີ້ເຮືອບິນຕ່າງໆທົ່ວໂລກຫລາຍກວ່າ 387 ຕື້ໂດລາສະຫະລັດ ແລະ ຝຶກສອນຜູ້ຊ່ຽວ ຊານດ້ານການບິນໄດ້ຫລາຍກວ່າ 80 ພັນຄົນເພື່ອສະໜອງໃຫ້ອຸດສະຫະກໍາການບິນທົ່ວໂລກຕໍ່ປີ ແລະ ສາຍການບິນລາວໄດ້ຮັບເຂົ້າເປັນສະມາຊິກສົມບູນຂອງສະມາຄົມພວກເຮົາໃນຄັ້ງນີ້ກໍສາມາດຢັ້ງຢືນໄດ້ດ້ວຍຄວາມພາກພູມໃຈວ່າການບິນລາວແມ່ນສາຍການບິນທີ່ມີມາດຕະຖານຄວາມປອດໄພລະດັບສາກົນ.
            ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມີຄໍາເຫັນຊີ້ນໍາວ່າ: ຜົນສໍາເລັດໃນຄັ້ງນີ້, ໄດ້ຊີ້ໃຫ້ເຫັນວ່າການບິນລາວໄດ້ມີຄວາມບຸກບືນພະຍາຍາມໃນການປັບປຸງຍົກລະດັບການບໍລິການຂອງຕົນໃຫ້ກ້າວໄປສູ່ຄວາມທັນສະໃໝ ແລະ ມີລະບົບຄວາມປອດໄພທີ່ດີ, ເພື່ອຮັບປະກັນການເຮັດໜ້າທີ່ການເມືອງ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະ

ກິດ-ສັງຄົມໄດ້ເປັນຢ່າງດີ. ແຕ່ແນວໃດກໍຕາມ, ໃນສະພາບເສດຖະກິດທີ່ມີການແກ່ງແຍ້ງແຂ່ງຂັນທາງລະກິດສູງ, ມັນຍິ່ງຮຽກຮ້ອງໃຫ້ການບິນລາວຕ້ອງໄດ້ປັບປຸງ ແລະ ພັດທະນາຕົນເອງໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ ເພື່ອຕອບສະໜອງແນວທາງນະໂຍບາຍຂອງພັກ ແລະ ລັດຖະບານທີ່ຈະຫັນປະເທດກາຍເປັນຈຸດໃຈກາງການບໍລິການຂົນສົ່ງສີນຄ້າ ແລະ ຜູ້ໂດຍສານໃນພາກພື້ນໃຫ້ປະກົດຜົນເປັນຈິງ.

No comments:

Post a Comment