Ad

Ad

15 September 2016

ອຸທາຫອນຂອງໄວໜຸ່ມ ນ້ອງຊາຍໃຊ້ໄມ້ຕີຫົວອ້າຍຈົນເສຍຊີວິດ

ຂ່າວ-ພາບ : ຫນັງສືພິມ ປກສ
   ເມື່ອຕົ້ນເດືອນກັນຍານີ້, ໄດ້ມີເຫດການສະເທືອນຂວັນເກີດຂຶ້ນຢູ່ເມືອງບໍລິຄັນ, ແຂວງບໍລິຄຳໄຊ, ຊຶ່ງເຫດການມີຢູ່ວ່າ: ຜູ້ເປັນນ້ອງຊາຍໄດ້ໃຊ້ໄມ້ດ້າມຄາດຕີຫົວຜູ້ເປັນອ້າຍຈົນເສຍຊີວິດຢູ່ບ້ານຫາດດອນຄູນ ແລະ ພາຍຫລັງເຈົ້າໜ້າທີ່ໄດ້ນຳຕົວຜູ້ເປັນນ້ອງຊື່ທ້າວ ໜູ ອາຍຸ 28 ປີ ມາສືບສວນ-ສອບສວນ ຈຶ່ງຮູ້ກົກປາຍສາເຫດວ່າ: ໃນເວລາປະມານ 16:00 ໂມງຂອງວັນທີ 29 ສິງຫາ 2016 ເຊິ່ງເປັນມື້ເກີດເຫດ ທ້າວ ທອງສຸກ ອາຍຸ 30 ປີເປັນອ້າຍຄີງຕົນ, ໄດ້ອາລະວາດຄອບຄົວຢ່າງຮ້າຍແຮງ ຍ້ອນຂໍເງິນນຳແມ່ບໍ່ໄດ້, ພ້ອມທັງມີການທຳລາຍເຄື່ອງເຮືອນເສຍຫາຍ ແລະ ຮ້າຍແຮງກວ່ານັ້ນແມ່ນຈະເອົາມີດມາແທງແມ່, ເມື່ອຕົນເຫັນທ່າບໍ່ດີດັ່ງກ່າວ ຈຶ່ງອົດກັ້ນອາລົມໃຈຮ້າຍບໍ່ຢູ່ຈຶ່ງໄດ້ຈັບເອົາໄມ້ດ້າມຄາດຍາວປະມານແມັດກວ່າຕີ
ໃສ່ບໍລິເວນຫົວຂອງອ້າຍຢ່າງແຮງຈົນຫົວແຕກ ແລະ ມີເລືອດໄຫລອອກຫລາຍ, ຫລັງຈາກນັ້ນແມ່ ແລະ ຍາດພີ່ນ້ອງຈຶ່ງໄດ້ຮີບຮ້ອນນຳຕົວອ້າຍໄປໂຮງໝໍ ແລະ ເສຍຊີວິດໃນມື້ຕໍ່ມາ.
   ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຜູ້ຕາຍແມ່ນມັກອາລະວາດຄອບຄົວເປັນປະຈໍາ ໂດຍສະ
ເພາະໃນເວລາຂໍເງິນນໍາແມ່ບໍ່ໄດ້ ແລະ ບໍ່ຄິດວ່າຈະມາເກີດເຫດການເສົ້າແບບນີ້. ແນວໃດກໍຕາມເຫດ
ການດັ່ງກ່າວນີ້ແມ່ນອຸທາຫອນໃຫ້ແກ່ຊາວໜຸ່ມທັງຫລາຍຈົ່ງໄດ້ມີສະຕິ, ບໍ່ຄວນໃຊ້ອາລົມ ແລະ ຄວາມຮຸນແຮງຫລາຍກວ່າເຫດຜົນ, ເພາະວ່າຈະມີແຕ່ຄວາມສູນເສຍເທົ່ານັ້ນທີ່ຈະຕາມມາ ແລະ ຫາກເຫັນວ່າບັນຫາໃດທີ່ຈະມີຄວາມຮຸນແຮງອາດກະທົບຕໍ່ຊີວິດ ແລະ ຊັບສິນກໍຄວນແຈ້ງໃຫ້ເຈົ້າໜ້າທີ່ເຂົ້າມາຊ່ວຍ ແກ້ໄຂໃຫ້ທັນການ ເພື່ອຮັບປະກັນໃຫ້ເຫດການອັນບໍ່ດີຕ່າງໆມີຄວາມສະຫງົບປອດໄພ.

No comments:

Post a Comment