Ad

Ad

20 October 2016

ອົດສະຕຣາລີມອບແບບຮຽນພາສາອັງກິດໃຫ້ລາວ 16 ພັນຊຸດ


          ພິທີມອ-ຮັບອຸປະກອນແບບຮຽນພາສາອັງກິດຈາກລັດຖະ ບານອົດສະຕຣາລີໃຫ້ລາວຈໍານວນ 16 ພັນຊຸດໄດ້ມີຂຶ້ນໃນວັນທີ 18 ຕຸລານີ້ທີ່ນະຄອນຫລວງວຽງຈັນລະຫວ່າງທ່ານເອກອັກຄະລັດຖະທູດອົດສະຕາລີປະຈໍາລາວ ຈອນ ວຽນລ້ຽມ ແລະ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລານາງ ແສງເດືອນ ຫລ້າຈັນທະບູນ.
            ອຸປະກອນແບບຮຽນດັ່ງກ່າວປະກອບມີ: ປື້ມແບບຮຽນ, ປື້ມຄູ່ມືຄູ ແລະ ແຜ່ນຊີດີທີ່ພັດທະ ນາດ້ານຫລັກສູດການຮຽນ-ການສອນສໍາລັບພະນັກງານ, ຄູ ແລະ ນັກຮຽນ ລວມທັງຫລັກສູດອາ ຊຽນ ແລະ ແບບຮຽນດັ່ງກ່າວຈະໄດ້ແຈກຢາຍໃຫ້ບັນດາກະຊວງ, ອົງການຈັດຕັ້ງມະຫາຊົນ, ທ້ອງ ຖິ່ນຕ່າງໆ ແລະ
ສະຖາບັນການສຶກສາອາຊີວະທົ່ວປະເທດໃນມໍ່ໆນີ້ເພື່ອນໍາໃຊ້ແທນແບບຮຽນພາສາອັງກິດຊຸດເກົ່າທີ່ລັດຖະບານອົດສະຕາລີເຄີຍໄດ້ຊ່ວຍເຫລືອແຕ່ປີ 2005.       
            ທ່ານທູດອົດສະຕາລີ ກ່າວວ່າ: ການຊ່ວຍເຫລືອແບບຮຽນພາສາອັງກິດໃນເທື່ອນີ້ເປັນພຽງສ່ວນໜຶ່ງໃນແຜນງານຂອງລັດຖະບານອົດສະຕາລີເພື່ອຊ່ວຍພັດທະນາຊັບພະຍາກອນມະນຸດໃນລາວ. ນອກຈາກນີ້ໃນແຕ່ລະປີອົດສະຕາລີຍັງໄດ້ສະໜອງທຶນສຶກສາທັງຢູ່ພາຍໃນ ແລະ ຕ່າງປະເທດໃຫ້ລາວເປັນຈໍານວນບໍ່ໜ້ອຍ, ເນື່ອງຈາກວ່າການສຶກສາເປັນປັດໃຈພື້ນຖານຂອງການພັດທະນາປະເທດເວົ້າລວມ, ເວົ້າສະເພາະການຮຽນພາສາອັງກິດໃນປັດຈຸບັນກໍຍິ່ງມີຄວາມ ຕ້ອງການຢ່າງສູງເພາະວ່າເປັນພາສາທາງການສາກົນ.
           ໃນໂອກາດດຽວກັນ, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕາງໜ້າລັດ ຖະບານກໍຄືປະຊາຊົນລາວ ສະແດງຄວາມຂອບໃຈຕໍ່ລັດຖະບານອົດສະຕາລີ ທີ່ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້, ເຊິ່ງຈະເປັນປະໂຫຍດໃຫຍ່ຫລວງຕໍ່ການພັດທະນາຊັບພະຍາກອນມະນຸດຂອງລາວສູງຂຶ້ນອີກບາດກ້າວໜຶ່ງ ແລະ ປະເທດລາວໄດ້ເປັນສະມາຊິກອາຊຽນ, ສະນັ້ນການຮຽນ ພາສາອັງກິດແມ່ນມີຄວາມສໍາຄັນຈໍາເປັນສໍາລັບພະນັກງານ, ນັກຮຽນ-ນັກສຶກສາໃນທຸກຂົງເຂດວຽກງານ ເພື່ອໃຫ້ສາມາດສື່ສານເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ..


No comments:

Post a Comment