Ad

Ad

20 October 2016

ອົດສະຕຣາລີກຽມສ້າງພາບຈຳລອງ 3 ມິຕິຂອງທົ່ງໄຫຫີນ.


             ຕາມການລາຍງານຂອງສຳນັກຂ່າວໄທວ່າ: ໃນວັນທີ 19 ຕຸລານີ້ ຢູ່ນະຄອນຫລວງ ຊິດນີ ປະເທດອົດສະຕຣາລີ, ຄະນະນັກບູ ຮານຄະດີຂອງອົດສະຕຣາລີໄດ້ປະກາດໂຄງການສ້າງພາບຈຳລອງລະບົບ 3 ມິຕິຂອງທົ່ງໄຫຫີນ ຢູ່ແຂວງຊຽງຂວາງ ເພື່ອໃຫ້ຜູ້ທີ່ຕ້ອງ ການຢາກເຫັນທົ່ງໄຫຫີນໃນທົ່ວໂລກສາມາດຮັບຮູ້ປະສົບການຈິງວ່າກຳລັງຢູ່ໃນພື້ນທີ່ປະຫວັດ ສາດດັ່ງກ່າວ.
          ທົ່ງໄຫຫີນແມ່ນມີໄຫຫີນຫລາຍຮ້ອຍໜ່ວຍຢັ່ງຢາຍຢູ່ຕາມທົ່ງຮາບສູງຂອງແຂວງດັ່ງກ່າວ ເຊິ່ງ
ນັກບູຮານຄະດີຍັງບໍ່ສາມາດຮູ້ວ່າໄຫຫີນເຫລົ່ານັ້ນສ້າງຂຶ້ນເພື່ອຫຍັງ ແລະ ປັດຈຸບັນເນື້ອທີ່ສ່ວນຫລາຍຂອງທົ່ງໄຫຫີນກໍຍັງບໍ່ສາມາດເຂົ້າເຖິງໄດ້ໝົດຍ້ອນມີລະເບີດບໍ່ທັນ ແຕກແຕ່ສະໄໝສົງຄາມເປັນ
ຈຳນວນຫລາຍ. ແຕ່ແນວໃດກໍຕາມ, ມະຫາວິທະຍາໄລແຫ່ງ ຊາດອົດສະຕຣາລີ ແລະ ມະຫາວິ ທະຍາໄລໂມນາດ ໄດ້ໃຊ້ກ້ອງບັນທຶກລະບົບພາບ 3 ມິຕິຂອງພື້ນທີ່ທົ່ງໄຫຫີນທຸກໆ 10 ຊັງຕີແມັດ ເພື່ອໃຫ້ສາມາດສຳຫລວດພື້ນທີ່ທີ່ບໍ່ສາ ມາດເຂົ້າໄປເຖິງໂດຍທົ່ວໄປ ແລະ ຫລຸດຜ່ອນຄວາມອັນຕະ ລາຍໃນການເຮັດວຽກ. ຂະນະດຽວກັນກໍຈະໃຊ້ກ້ອງຖ່າຍພາບທີ່ມີຄວາມສາມາດບັນທຶກແສງຈາກ ຄື້ນຄວາມຖີ່ທີ່ບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ ເຊັ່ນ: ລັງສີອິນຟາເຣດ ແລະ ໃຊ້ອຸປະກອນເຕັກໂນໂລຊີທັນສະໄໝ ເພື່ອສ້າງແຜນທີ່ໄດ້ຢ່າງແມ້ນຢ້ຳ ເພື່ອນຳເອົາຂໍ້ມູນດັ່ງກ່າວໄປສ້າງເປັນພາບຈຳລອງ 3 ມິຕິເພື່ອໃຫ້ນັກບູຮານຄະດີເຂົ້າໄປສຳຫລວດໄດ້ແບບສົມຈິງ ແລະ ຕິດຕາມຄວາມປ່ຽນ ແປງຕ່າງໆທີ່ເກີດຂຶ້ນໃນພື້ນທີ່ປະຫວັດສາດແຫ່ງນີ້ ແລະ ອາດນຳໄປສູ່ການສ້າງພິພິຕະພັນ ເພື່ອໃຫ້ຜູ້ທີ່ຕ້ອງການຢ້ຽມຢາມ ຫລື ສຶກສາທົ່ງໄຫຫີນແບບສົມຈິງ ຫລື ອາດພັດທະນາໄປ ເຖິງຂັ້ນສາມາດເບິ່ງແຜນທີ່ 3 ມິຕິຂອງທົ່ງໄຫຫີນໃນສະມາດໂຟນໄດ້ທຸກແຫ່ງທົ່ວໂລກ.

No comments:

Post a Comment