Ad

Ad

20 October 2016

ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນ

ໃນວັນທີ 17 ຕຸລານີ້ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ສຳເລັດຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆໂດຍການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸດໂສອາຊຽນ, ຫົວໜ້າເຈົ້າໜ້າທີ່ອາວຸດໂສເສົາຄໍ້າປະຊາຄົມເສດຖະກິດອາຊຽນ.
ກອງປະຊຸມຄັ້ງນີ້ໄດ້ເຜີຍແຜ່ເອກະສານທີ່ຜູ້ນໍາອາຊຽນ ແລະ ອາຊຽນກັບຄູ່ເຈລະຈາ ໄດ້ຮັບຮອງເອົາ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດທີ່
ກ່ຽວຂ້ອງ ຊຶ່ງລວມມີ 57 ສະບັບ ເພື່ອຈັດຕັ້ງຜັນຂະຫຍາຍ 8 ບູລິມະສິດຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ເຊັ່ນ: ແຜນວຽກຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນຄັ້ງທີ 3, ແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025, ບັນດາຂອບວຽກທີ່ກ່ຽວຂ້ອງກັບການສົ່ງເສີມວິສະຫະກິດຈຸນລະພາກຂະໜາດນ້ອຍ ແລະ ກາງ, ການອໍານວຍຄວາມສະດວກດ້ານການຄ້າ; ການທ່ອງທ່ຽວ; ການສົ່ງເສີມວຽກເຮັດງານທໍາ; ການປົກປັກຮັກສາ ແລະ ສົ່ງເສີມມໍລະດົກທາງວັດທະນະທໍາ ແລະ ເອກະສານອື່ນໆ.
ໃນໂອກາດນີ້, ກອງປະຊຸມໄດ້ມອບໝາຍໃຫ້ບັນດາກະຊວງທີ່ກ່ຽວຂ້ອງນໍາເອົາເນື້ອໃນຈິດໃຈຂອງບັນດາເອກະສານດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍຕາມຂອບວຽກທີ່ຕົນຮັບຜິດຊອບ ແນໃສ່ເສີມຂະຫຍາຍຜົນຂອງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ພາຍໃຕ້ຄໍາຂວັນ ຫັນວິໄສທັດໃຫ້ເປັນຮູບປະທໍາ ເພື່ອຄວາມເຂັມແຂງຂອງປະຊາຄົມອາຊຽນທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມນັ້ນ ໃຫ້ເກີດດອກອອກຜົນ ແລະ ນໍາຜົນປະໂຫຍດໃຫ້ແກາການສືບຕໍ່ຮັດແໜ້ນປະຊາຄົມອາຊຽນໃຫ້ເຂັ້ມແຂງກໍຄືໃຫ້ແກ່ ສປປ ລາວ.


No comments:

Post a Comment