Ad

Ad

26 October 2016

ເປີດຫ້ອງກວດສອບຄຸນນະພາບນໍ້າມັນເຊື້ອໄຟຢູ່ດ່ານສາກົນຂົວມິດຕະພາບ 2 ແຂວງ ສະຫວັນນະເຂດ

             ໃນຕອນເຊົ້າຂອງວັນທີ 25 ຕຸລາ 2016 ນີ້, ໄດ້ມີພິທີເປີດຫ້ອງກວດສອບຄຸນນະພາບນໍ້າມັນເຊື້ອໄຟເປັນແຫ່ງທີ 5 ຢູ່ດ່ານສາກົນຂົວມິດຕະພາບແຫ່ງທີ 2 ແຂວງສະຫວັນນະເຂດ-ມຸກດາຫານ ຂຶ້ນຢ່າງເປັນທາງການໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ ທັງເປັນປະທານສະພາວິທະຍາສາດແຫ່ງຊາດ.

             ໃນໂອກາດດັ່ງກ່າວ, ທ່ານ ວຽງທອງ ວົງທະວິໄລ ຮັກສາການຫົວໜ້າກົມມາດຕະຖານ ແລະ ວັດ ແທກ ໃຫ້ຮູ້ວ່າ: ການເປີດຫ້ອງກວດສອບຄຸນນະພາບນໍ້າມັນເຊື້ອໄຟໃນແຕ່ລະດ່ານນໍາເຂົ້າ-ສົ່ງອອກນັ້ນ ແມ່ນຍ້ອນການຮຽກຮ້ອງຂອງສັງຄົມໃຫ້ເອົາໃຈໃສ່ຕໍ່ຄຸນນະພາບນໍ້າມັນເຊື້ອໄຟທີ່ນໍາໃຊ້ຢູ່ ສປປ ລາວ ໂດຍສະເພາະສາຍດ່ວນເຖິງສະພາແຫ່ງຊາດ ແລະ ສາຍດ່ວຍເຖິງກະຊວງອຸດສາຫະ ກຳ ແລະ ການຄ້າ, ບັນດາຜູ້ປະກອບການນໍາເຂົ້າພະຫະນະໄດ້ສົ່ງຂ່າວມາວ່າ: ນໍ້າມັນເຊື້ອໄຟທີ່ນຳມາຈຳໜ່າຍຢູ່ລາວເຮົາແມ່ນບໍ່ໄດ້ມາດຕະຖານ. ທັງນີ້ ກໍເພື່ອປະຕິບັດຕາມພາລະບົດບາດຂອງກົມມາດຕະ ຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ເພື່ອປະຕິບັດຕາມກົດໝາຍວ່າດ້ວຍມາດຕະຖານ ແລະ ກົດໝາຍວ່າດ້ວຍການວັດແທກ ລັດຖະບານ ສປປ ລາວ ກໍຄືກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ທ່ານໃຫ້ຮູ້ຕື່ມວ່າ: ພາຍຫຼັງເປີດຫ້ອງກວດສອບຄຸນະພາບນໍ້າມັນເຊື້ອໄຟ 5 ແຫ່ງນີ້ ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງຈະໄດ້ເລັ່ງສືບຕໍ່ເປີດຫ້ອງກວດສອບຄຸນນະພາບນໍ້າມັນເຊື້ອໄຟຢູ່ດ່ານສາກົນໃນຂອບເຂດທົ່ວປະເທດໃຫ້ໄດ້ໄວທີ່ສຸດ.

No comments:

Post a Comment