Ad

Ad

24 October 2016

ພຽງ 7 ວັນຢູ່ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດ 3 ຄົນຍ້ອນອຸປະຕິເຫດ

          ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ທ່ຽງຄືນຂອງວັນທີ 21 ຕຸລານີ້, ຢູ່ເຂດບ້ານສີບຸນເຮືອງ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ໄດ້ເກີດເຫດລົດໃຫຍ່ຕຳກັບລົດຈັກຢ່າງຮຸນແຮງ ເຮັດໃຫ້ຜູ້ຊ້ອນທ້າຍລົດຈັກຊື່ທ້າວ ຄຳໄກ ອາຍຸ 24ປີ, ຢູ່ບ້ານໂພນທັນ, ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເສຍຊີວິດຄາທີ່ ແລະ ພຽງອາທິດຜ່ານມານີ້, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 20 ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 3 ຄົນ, ສ່ວນໃຫຍ່ແມ່ນເກີດຂຶ້ນໃນຍາມຄ່ຳຄືນ, ບ່ອນທີ່ບໍ່ມີໄຟເຍືອງທາງ, ເມົາແລ້ວຂັບ, ບໍ່ລະມັດລະວັງໃນການຂັບຂີ່ ແລະ ລ່ວງລະເມີດລະບຽບຈະລາຈອນເປັນສ່ວນຫລາຍ, ຊຶ່ງບັນຫານີ້ຫລາຍພາກສ່ວນ ຕ້ອງຮ່ວມກັນແກ້ໄຂ ນັບແຕ່ສະຖາບັນຄອບຄົວ, ການສຶກສາ, ຕະຫລອດຮອດຜູ້ໃຫ້ອຳນວຍຄວາມສະດວກແກ່ການຄົມມະນາຄົມ, ໂຍທາທິການ ແລະ ເຈົ້າໜ້າທີ່ຈະລາຈອນ ກໍຕ້ອງເປັນແກນຫລັກ ເພື່ອເລັ່ງສະກັດກັ້ນການເກີດອຸປະຕິເຫດໃຫ້ມີຜົນ.

No comments:

Post a Comment