Ad

Ad

24 October 2016

ເກີດເຫດໄຟໄໝ້ເຮືອນປະຊາຊົນຢູ່ບ້ານສາຍລົມ ເສຍຫາຍຈຳນວນຫລາຍ

          ເກືອບທ່ຽງຄືນຂອງວັນທີ 22 ຕຸລາຜ່ານມານີ້, ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານສາຍລົມ, ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຜູ້ເຫັນເຫດການໃຫ້ຮູ້ວ່າ: ໄຟໄດ້ລຸກໄໝ້ແຕ່ຊັ້ນເທິງຂອງເຮືອນຫລັງໜຶ່ງແລ້ວລຸກລາມໄປຢ່າງໄວວາ ຈົນບໍ່ສາມາດຄວບຄຸມ ແລະ ດັບມອດໄດ້, ສົ່ງຜົນໃຫ້ເຮືອນ 2 ຫລັງດັ່ງກ່າວຖືກໄຟເຜົາຜານຍັງເຫລືອພຽງເທົ່າຖ່ານ, ໃນຂະນະດຽວກັນ ຄ້າຍແລງຂອງວັນທີ 21 ຕຸລາຜ່ານມານີ້, ກໍໄດ້ເກີດໄຟໄໝ້ເຮືອນປະຊາຊົນຢູ່ບ້ານຈັນສະຫວ່າງ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ສົ່ງຜົນໃຫ້ມີຜູ້ຖືກໄຟ
ຟ້າຊ໋ອດ ຈົນໄດ້ຮັບບາດເຈັບ 1 ຄົນ. ສ່ວນມູນຄ່າເສຍຫາຍ ແລະ ສາເຫດຂອງການເກີດໄຟໄໝ້ຄັ້ງນີ້ ເຈົ້າໜ້າທີ່ ພວມເລັ່ງດຳເນີນການສືບສວນ-ສອບສວນ.

ໃນໄລຍະນີ້ ປະເທດເຮົາກຽມກ້າວສູ່ລະດູແລ້ງແລ້ວ, ອາດເປັນເງື່ອນໄຂໃຫ້ເກີດອັກຄີໄພໄດ້ງ່າຍ, ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ນຳໃຊ້ຟືນໄຟເຂົ້າໃນຊີວິດປະຈຳວັນຕ້ອງມີສະຕິລະມັດລະວັງ, ນັບທັງການນຳໃຊ້ເຄື່ອງໄຟຟ້າ, ການແຕ່ງຢູ່ຄົວກິນ ຫລື ການນຳໃຊ້ໃຕ້ທູບທຽນບູຊາຕ່າງໆ.

No comments:

Post a Comment