Ad

Ad

21 October 2016

ຮ້ອຍກວ່າຄົນສຳເລັດການສຶກສາຈາກວິທະຍາໄລກະສິກຳ ແລະ ປ່າໄມ້ແຂວງຈຳປາສັກ

          ວິທະຍາໄລກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ, ໄດ້ຈັດພິທີມອບ-ຮັບໃບປະກາສະນິຍະບັດ ແລະ ເປີດສົກຮຽນໃໝ່ 2016-2017 ຂື້ນໃນວັນທີ 20 ຕຸລານີ້, ໂດຍການເຂົ້າຮ່ວມຂອງທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້, ມີຄູ-ອາຈານ, ນັກສຶກສາເຂົ້າຮ່ວມເປັນຈຳນວນຫລາຍ.

          ຜູ້ອຳນວຍການວິທະຍາໄລດັ່ງກ່າວ ໄດ້ລາຍງານສະພາບການຮຽນການສອນຂອງສົກປີ ຜ່ານມາ ໃນ 4 ສາຂາວິຊາຊີບ, ມີນັກສຶກສາທີ່ສຳເລັດການສຶກສາ ແລະ ໄດ້ຮັບໃບປະກາ ສະນິຍະບັດໃນສົກຮຽນນີ້ 174 ຄົນ, ຍິງ 84 ຄົນ, ໃນນັ້ນມີສາຂາ ປູກຝັງ-ວິໃຈດິນ, ສາຂາລ້ຽງສັດ-ການປະມົງ ແລະ ສາຂາທຸລະກິດກະສິກໍາໃນລະບົບຊັ້ນສູງປົກກະຕິ ແລະ ລະບົບຕໍ່ເນື່ອງ ແລະ  ຍັງຍົກໃຫ້ເຫັນຈຸດດີຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນ ເພື່ອຈະໄດ້ສົ່ງເສີມ ແລະ ປັບປຸງແກ້ໄຂໃຫ້ດີຂຶ້ນ.

No comments:

Post a Comment