Ad

Ad

26 October 2016

ຫົວເຫວີຍຈະສູ້​ຊົນ​ໃຫ້ກາຍເປັນຜູ້​ຈຳໜ່າຍສະມາດໂຟນອັນດັບໜຶ່ງໃນ ອາຊີປາຊີຟິກ

     ຕາມການລາຍງານຫຼ້າສຸດຂອງໜ່ວຍ ສະມາດໂຟນແບບໄຮ້ສາຍ (WSS) ຄາດວ່າ:  ຫົວເຫວີຍຂຶ້ນເໜືອກວ່າຍີ່​ຫໍ້​ມື​ຖືຮຸ້ນ​ອື່ນໆ ແລະ ອາດກາຍເປັນຜູ້ຈໍາໜ່າຍສະມາດໂຟນ ທີ່ໃຫຍ່ທີ່ສຸດໃນອາຊີປາຊີຟິກໃນປີ 2017 ດ້ວຍສ່ວນແບ່ງການຕະຫຼາດ 11%.

ອາຊີປາຊີຟິກຍັງຄົງເປັນຂົງເຂດທີ່ໃຫຍ່ທີ່ສຸດສໍາລັບຫົວເຫວີຍ, ​ໂດຍມີເຖິງ 65% ຂອງສ່ວນແບ່ງປະລິມານສະມາດໂຟນໃນໄລຍະເຄິ່ງປີທໍາອິດຂອງປີ 2016, ແນວໃດກໍຕາມ ຜູ້ຈໍາໜ່າຍຊາວຈີນ ພວມ​ເພີ່ມປະລິມານຜະລິດ​ຕະພັນຂອງ​ຕົນຢ່າງວ່ອງໄວໃນເອີລົບຕາ ເວັນຕົກ ແລະ ອາຟຣິກາຕາເວັນອອກກາງ
ໃນໄລຍະສອງສາມປີທີ່ຜ່ານມາ. ຫົວເຫວີຍ ຢູ່ພາຍໃຕ້ຂະບວນ ການຂອງການສ້າງຕົນເອງໃຫ້ເປັນຜູ້ຫຼິ້ນສະມາດໂຟນຂັ້ນສູງໃນລະດັບໂລກ ແລະ ຈະຊ່ວຍໃຫ້ຫຼຸດຄວາມເຊື່ອໝັ້ນໃນຕະຫຼາດຈີນທີ່ມີການແຂ່ງຂັນກັນຢ່າງດຸເດືອດ. ໃນພື້ນຖານ ການຂະຫຍາຍໂຕດັ່ງກ່າວແມ່ນຊ່ວຍຍົກລະດັບການຮັບຮູ້ໃນຄວາມ ເປັນຫົວເຫວີຍ, ກົນລະ ຍຸດຂະຫຍາຍຊ່ອງທາງທີ່ມີປະສິດທິພາບ, ຜົນງານທີ່ມີຫຼາຍຮູບ ຂອງຜະລິດຕະພັນ ແລະ ຄວາມຄິດລິເລີ່ມຂອງການຕະຫຼາດທີ່ມີປະສິດທິພາບ, ຫົວເຫວີຍ ຢູ່ເທິງເສັ້ນທາງ ທີ່ຖືກຕ້ອງຈະສາມາດ​ຢຶດ ໄດ້ສ່ວນແບ່ງການຕະຫຼາດທີ່ຫຼາຍຂຶ້ນໃນປະ​ເທດຕ່າງໆ. ພວກເຮົາຄາດວ່າ Samsung ແລະ Apple ອາດສືບຕໍ່ຮັກສາສອງອັນດັບສູງ ສຸດ ໃນຕະຫຼາດສະມາດໂຟນທົ່ວໂລກໃນປີ 2017, ຕາມດ້ວຍຫົວເຫວີຍ, OPPO, Vivo, Xiaomi ແລະອື່ນໆ.

No comments:

Post a Comment