Ad

Ad

26 October 2016

ຕ້ອງລົງທຶນໃສ່ໄວໜຸ່ມຍິ່ງໃຫ້ຫຼາຍຂື້ນກວ່າເກົ່າ

          ວັນທີ 25 ຕຸລານີ້, ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນປະຈຳລາວ     ( UNFPA ) ຮ່ວມກັບ, ກະຊວງແຜນການ ແລະ ການລົງທຶນ, ກະຊວງສາທາລະນະສຸກ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫະພັນແມ່ຍິງລາວ ແລະ ຄູ່ຮ່ວມພັດທະນາອື່ນໆ, ໄດ້ຈັດພິທີເຜີຍແຜ່ບົດລາຍງານສະຖານະພາບປະຊາກອນໂລກ 2016 ພາຍໃຕ້ຫົວຂໍ້ ອະນາຄົດຂອງພວກເຮົາຂື້ນກັບໄວໜຸ່ມຍິງໃນຊ່ວງອາຍຸທີ່ສຳຄັນນີ້ ”. ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ເຟຣເດີຣິກາ ເມເຈີ ຕາງອົງການ UNFPA ປະຈຳລາວ, ພ້ອມດ້ວຍຄູ່ຮ່ວມພັດທະນາ ແລະ ຂະແນງການກ່ຽວຂ້ອງອື່ນໆເຂົ້າຮ່ວມເປັນຈຳນວນຫຼາຍ.

          ບົດລາຍງານສະຖານະພາບປະຊາກອນໂລກ 2016 ໄດ້ຊີ້ໃຫ້ເຫັນວ່າ: ການບັງຄັບໃຫ້ແຕ່ງ ງານ, ການໃຊ້ແຮງງານເດັກ ແລະ ການກະທຳອື່ນໆທີ່ມີຜົນກະທົບຕໍ່ສຸຂະພາບ ແລະ ສິດທິຂອງໄວໜຸ່ມຍິງເລີ່ມແຕ່ອາຍຸ 10 ປີຂຶ້ນໄປ, ເປັນການກີດກັນເຂົາເຈົ້າໃນການຮັບຮູ້ຄວາມອາດສາມາດຂອງຕົນເອງເມື່ອເຂົາເຈົ້າກາຍເປັນຜູ້ໃຫຍ່ ແລະ ແຜນພັດທະນາປີ 2030 ສຳລັບການພັດທະນາແບບຍືນຍົງ 17 ເປົ້າໝາຍຈະບໍ່ສາມາດບັນລຸໄດ້ໃນປະເທດ ແລະ ພາກພື້ນ, ຖ້າບໍ່ໃຫ້ໄວໜຸ່ມຍິງມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມ, ບົດລາຍງານຍັງຊີ້ໃຫ້ເຫັນວ່າ: ໃນຊ່ວງອາຍຸ 10 ປີຂອງໄວໜຸ່ມຍິ່ງເປັນຊ່ວງສຳຄັນທີີສຸດຂອງເຂົາເຈົ້າທີ່ຈະກາຍເປັນໜຸ່ມ, ໃນບາງປະເທດໄວໜຸ່ມຍິງອາຍຸ 10 ປີເຫັນຄວາມເປັນໄປໄດ້ໃນອະນາຄົດໂດຍບໍ່ຈຳກັດ ແລະ ຕັດສິນໃຈໃນສິ່ງທີ່ມີອິດທິພົນຕໍ່ການສຶກສາ, ວຽກເຮັດງານທຳໃນຊີວິດຂອງເຂົາເຈົ້າ, ແຕ່ໃນບາງປະເທດໄວໜຸ່ມຍິງທີ່ຈະກາຍເປັນໜຸ່ມຖືກເບິ່ງເປັນສິນຄ້າທີ່ຈະຖືກຂາຍ, ຊຶ່ງເຂົາເຈົ້າອາດຈະຖືກບັງຄັບໃຫ້ແຕ່ງງານ, ອອກຈາກໂຮງຮຽນ ແລະ ເລີ່ມຖືພາເກີດລູກແຕ່ອາຍຸຍັງນ້ອຍ, ໂດຍທີ່ເຂົາເຈົ້າບໍ່ມີສິດຕັດສິນໃຈໃນຊີວິດຂອງຕົນເອງ.
          ຜູ້ຕາງໜ້າອົງການ UNFPA ກ່າວວ່າ: ສຳລັບຢູ່ ສປປລາວ ໄວໜຸ່ມຍິງ 1019 ປີ,ມີປະມານ 7 ແສນກວ່າຄົນ, ຊຶ່ງເປັນຕົວແທນໃຫ້ແກ່ຄວາມທ້າທາຍ ແລະ ກາລະໂອກາດສຳລັບການພັດທະນາປະເທດ ແລະ ເຖິງວ່າ ສປປ ລາວ ຈະມີຄວາມຄືບໜ້າຫຼາຍດ້ານໃນວຽກງານດັ່ງກ່າວກໍຕາມ, ແຕ່ກໍມີມີໄວໜຸ່ມຍິງຈຳນວນໜຶ່ງທີຍັງປະເຊີນກັບບັນຫາການໄດ້ຮັບການສຶກສາ, ໂອກາດການມີວຽກເຮັດງານທຳທີ່ບໍ່ພຽງພໍ, ບັນຫາດ້ານສຸຂະພາບ, ການຂາດໂພຊະນາການ ແລະ ອື່ນໆ, ດັ່ງນັ້ນເພື່ອເພີ່ມຄວາມເຂົ້າໃຈກັບຄວາມທ້າທາຍທີ່ໄວໜຸ່ມຍິງປະເຊີນໜ້າຢູ່, ພາກສ່ວນກ່ຽວຂ້ອງໄດ້ຮ່ວມກັນສ້າງວີດີໂອນາງນ້ອຍຂຶ້ນມາ, ນາງນ້ອຍເປັນຕົວແທນໃຫ້ກັບໄວໜຸ່ມຍິງທັງໝົດໃນ ສປປ ລາວ ລາວໄດ້ຖືກສ້າງຂຶ້ນເພື່ອຮຽກຮ້ອງໃຫ້ມີການລົງທຶນໃສ່ໄວໜຸ່ມຍິງໂດຍຜ່ານການຮ່ວມມືຂອງຫຼາຍພາກ ສ່ວນເພື່ອຊ່ວຍໃຫ້ໄວໜຸ່ມຍິງຮັບຮູ້ຄວາມອາດສາມາດຂອງເຂົາເຈົ້າ.
          ໃນໂອກາດນີ້ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາຍັງໄດ້ຮ່ວມກັນລົງນາມໃນສັນຍາວ່າຈະພ້ອມກັນລົງທຶນໃສ່ໄວໜຸ່ມຍິງໃນ ສປປ ລາວ ໃຫ້ຫຼາຍຂຶ້ນເກົ່າກວ່າ.


No comments:

Post a Comment