Ad

Ad

27 October 2016

ຕໍາຫລວດຄໍາມ່ວນຈັບຜູ້ຄ້າກັນຊາລາຍໃຫຍ່

ພາບ-ຂ່າວ : ຫນັງສືພິມ ປກສ
            ປກສ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າໜ້າທີ່ຂອງຕົນສາມາດຈັບຕົວຜູ້ຄ້າກັນຊາລາຍໃຫຍ່ໄດ້ຢູ່ເສັ້ນທາງເລກ 8 ເມືອງຄູນຄໍາ, ແຂວງຄໍາມ່ວນ, ຊື່ທ້າວ ຄຳອຽວ ອາຍຸ 44 ປີຢູ່ບ້ານວຽງຄຳ, ເມືອງປາກກະດິງ, ແຂວງບໍລິຄຳໄຊ, ພ້ອມຂອງກາງກັນຊາຈໍານວນ 30 ກິໂລຢາບ້າບົດມຸ່ນໜຶ່ງຖົງນ້ອຍທີ່ຊຸກເຊື່ອງໃນລົດຕູ້ສະຕາແລັກໝາຍເລກທະບຽນ ກກ 5243 ຄຳມ່ວນ, ຈຶ່ງຢຶດໄວ້ເປັນຫລັກ ຖານໃນການດໍາເນີນຄະດີ.
             ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ກັນຊາດັ່ງກ່າວແມ່ນຂອງຄົນຮູ້ຈັກໃຫ້ຕົນເອງເອົາໄປສົ່ງຢູ່ເສັ້ນທາງ 13 ໃຕ້ໂດຍໄດ້ຮັບຄ່າຈ້າງຈໍານວນ 3 ພັນບາດ (ສະກຸນເງິນໄທ), ແຕ່ຂັບລົດມາຮອດເຂດບ້ານ ດັ່ງກ່າວກໍຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.

             ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການຈັບຕົວຜູ້ຄ້າຢາເສບຕິດລາຍນີ້, ແມ່ນໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການຂົນສົ່ງຢາເສບຕິດຈໍານວນຫລາຍຜ່ານເມືອງຄູນຄໍາ, ແຂວງຄໍາມ່ວນ ຈຶ່ງໄດ້ຈັດກໍາລັງລົງຕິດຕາມກວດກາ ແລະ ສາມາດຈັບ ເປົ້າໝາຍໄດ້ໃນທີ່ສຸດ ແລະ ສືບຕໍ່ຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດໍາເນີນຄະດີໃຫ້ໄດ້ໂດຍໄວ. 

No comments:

Post a Comment