Ad

Ad

27 October 2016

ລາວຟອດຊີຕີສະໜັບສະໜູນຈັດກິດຈະກຳຊ່ວຍເຫລືອສັງຄົມ

          ວັນທີ 26 ຕຸລານີ້, ບໍລິສັດ ລາວຟອດຊີຕີ ນຳໂດຍທ່ານ ຈັກກະພົນ ມາລາບັນດິດ ຜູ້ຈັດການຝ່າຍບໍລິຫານ ແລະ ຝ່າຍຂາຍ ບໍລິສັດ ລາວຟອດຊີຕີ, ໄດ້ນຳເງິນຈຳນວນ 4 ພັນໂດລາສະຫະລັດ, ມາມອບ ໃຫ້ນາງ ນິສາຊົນ ສຸຣິວົງ ຫົວຫນ້າຫ້ອງ ການຄຸນນະພາບ ແລະ ມາດຕະຖານ ສະຖາບັນການ ທ່ອງທ່ຽວ ແລະ ການໂຮງແຮມແຫ່ງ ຊາດ, ເພື່ອຮ່ວມກັນລົງ ເຄື່ອນໄຫວຈັດກິດຈະກຳຊ່ວຍເຫລືອສັງຄົມ, ພາຍໃຕ້ໂຄງການ: ເດືອນແຫ່ງການຊ່ວຍ ເຫລືອສັງຄົມ”, ຊຶ່ງຄັ້ງນີ້ແມ່ນໄດ້ເລືອກເອົາໂຮງຮຽນປະຖົມ
ສົມບູນຖິ່ນຕົມ, ເມືອງຫາດຊາຍ ຟອງ ນະຄອນຫລວງວຽງຈັນ, ເປັນບ່ອນຈັດກິດ ຈະກຳດັ່ງກ່າວ, ຍ້ອນໂຮງຮຽນແຫ່ງນີ້ຍັງຂາດເຂີນອຸປະກອນການສຶກສາ ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ເພື່ອມອບອຸປະກອນການສຶກສາ ເປັນຕົ້ນ ປຶ້ມອ່ານ, ປື້ມຂຽນ, ອຸປະກອນການກິລາ ແລະ ຮ່ວມກັນນັກຮຽນຈັດກິດຈະກຳອະນາໄມ ແລະ ທາສີຮົ້ວໂຮງຮຽນໃຫ້ມີສີສັນສວຍງາມ.

          ບໍລິສັດລາວຟອດຊີຕີ ໄດ້ກາຍເປັນຜູ້ສະໜັບສະໜູນຫລັກຂອງສະຖາບັນທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ, ເພື່ອການຊ່ວຍເຫລືອສັງຄົມ, ຊຶ່ງໃນແຕ່ລະຈະມີມູນຄ່າ 20 ພັນໂດລາສະຫະລັດ ແລະ ຫວັງວ່າປີຕໍ່ໄປອາດຈະມູນຕ່າສູງຂຶ້ນກວ່າເກົ່າ.

No comments:

Post a Comment