Ad

Ad

2 November 2016

ທ່ານຮອງນາຍົກລັດຖະມົນຕີ ກຳປູເຈຍ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ

          ໃນລະຫວ່າງວັນທີ 28 ຕຸລາ ຫາ 01 ພະຈິກ 2016 ນີ້ ທ່ານ ຮໍ ນຳຮົງ, ຮອງນາຍົກລັດ ຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ຊຶ່ງຕອນ ບ່າຍຂອງວັນທີ 31 ຕຸລາ 2016ທ່ານ ຮໍ ນາຮົງ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ນະຄອນຫລວງວຽງຈັນ ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບ  ທ່ານ ຮໍ ນາຮົງ ຮອງນາຍົກລັດຖະມົນຕີ ທີ່ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ເພື່ອເກັບກຳຂໍ້ມູນຕົວຈິງ ໃນການສ້າງເຂື່ອນໄຟຟ້າດອນສະໂຮງ ເພື່ອນຳໄປອະທິບາຍຕໍ່ບັນດາ
ອົງການຈັດຕັ້ງທາງສັງຄົມຕ່າງໆ ຂອງກຳປູເຈຍ ກໍຄືປະຊາຊົນກຳປູເຈຍ ໄດ້ຮັບຮູ້ ແລະ ເຂົ້າໃຈຂໍ້ມູນທີ່ຖືກຕ້ອງ. ພ້ອມທັງ, ເປັນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນັ້ນ, ຍັງໄດ້ແລກປ່ຽນວຽກງານການຮ່ວມມືສອງຝ່າຍ  ທີ່ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ ເປັນຕົ້ນ ແມ່ນໄດ້ມີການຢ້ຽມຢາມທາງການຂອງທ່ານນາຍົກລັດຖະມົນຕີ ຂອງສອງປະເທດ ໃນໄລຍະຜ່ານມາ ແລະ ໃນທ້າຍປີ 2016 ຈະມາເຖິງນີ້ ກໍຈະໄດ້ເປີດການນຳໃຊ້ດ່ານສາກົນໜອງນົກຂຽນ-ຕຣາປຽງກຣຽນ ຢ່າງເປັນທາງການ ແລະ ສອງປະເທດ; ຈະໄດ້ຮ່ວມກັນລົງໄປສຳຫຼວດ ກຳນົດສະຖານທີ່ກໍ່ສ້າງຂົວຂ້າມ ຕົງເລ ຣະປື (ກຳປູເຈຍ) - ເຊລຳເພົາ (ລາວ) ແລະ ສະຖານທີ່ກໍ່ສ້າງດ່ານສາກົນ ຢູ່ບໍລິເວນຂົວເຊລຳເພົາ, ພ້ອມທັງຈະໄດ້ສຳຫຼວດ 3 ດ່ານຊາຍແດນ ຄື: ດ່ານ 48-ຫ້ວຍໂກະ; ດ່ານເວີນຄາມ-ໂອສະໄຫວ ແລະ ດ່ານເວີນຍາງ-ທ່າແກ. ໃຫ້ໄດ້ຮັບການກໍ່ສ້າງພ້ອມຈະໄດ້ຕົກລົງນຳໃຊ້ໜັງສືຜ່ານແດນຮ່ວມກັນ ຢ່າງເປັນເອກະພາບ ຢູ່ຕາມບັນດາດ່ານ ແລະ ການເພີ່ມເບ້ຍລ້ຽງ ໃຫ້ແກ່ນັກສຶກສາ ຂອງສອງປະເທດ ແລະ ຈະເລັ່ງ ຮີບຮ້ອນຮ່ວມມືກັນແກ້ໄຂວຽກງານຊາຍແດນ ບົນຈິດໃຈທີ່ເປັນຍາດພີ່ນ້ອງ ບ້ານໃກ້ເຮືອນຄຽງດ້ວຍກັນ.

          ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ຮໍ ນາຮົງ, ຮອງນາຍົກລັດຖະມົນຕີ ແຫ່ງຣາຊະອານາ ຈັກກຳປູເຈຍ ໄດ້ພົບປະກັບພະນະທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໂຮງແຮມແລກມາກ ລີເວີຊາຍ.

No comments:

Post a Comment