Ad

Ad

2 November 2016

5 ປີຜ່ານມາໄອຍະການປະຊາຊົນສູງສຸດ ສາມາດແກ້ໄຂຄະດີໄດ້ເກືອບ 100%

          ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8, ໃນເຊົ້າວັນທີ 1 ພະຈິກນີ້ວ່າ: ໄລຍະ 5 ປີຜ່ານມາ, ອົງການໄອຍະການປະຊາຊົນ ໄດ້ຮັບສຳນວນຄະດີອາຍາ ແລະ ຄະດີແພ່ງ ເປັນຂັ້ນຕົ້ນທັງໝົດ 30.067 ເລື່ອງ, ໃນນັ້ນ ແກ້ໄຂແລ້ວ 29.707 ເລື່ອງ, ເທົ່າກັບ 98,80%, ໃນນີ້ ໄດ້ສັ່ງຟ້ອງຜູ້ກະທຳຜິດ ແລະ ຖະແຫລງຂຶ້ນສານຂັ້ນຕົ້ນ ທັງໝົດ 15.855 ເລື່ອງ ແລະ ສານປະຊາຊົນ ເອົາຕາມຄຳຖະແຫລງຂອງໄອຍະການ 15.792 ເລື່ອງ ເທົ່າກັບ 99,60%, ຖະແຫລງຂຶ້ນສານຂັ້ນອຸທອນ 4.578 ເລື່ອງ, ສານພິພາກສາເອົາຕາມຄຳຖະແຫລງຂອງໄອຍະການ 4.284 ເລື່ອງ ເທົ່າກັບ 93,58%, ຖະແຫລງຕໍ່ສານຂັ້ນລົບລ້າງ 829 ເລື່ອງ, ໃນນີ້ ສານເອົາຕາມຄຳ
ຖະແຫລງຂອງໄອຍະການ 821 ເລື່ອງເທົ່າກັບ 99,03%, ນອກນັ້ນ ໄດ້ທວງສຳນວນຄະດີ ຄົ້ນຄວ້າເປັນຂັ້ນຮື້ຟື້ນ ທັງໝົດ 400 ເລື່ອງ, ໃນນີ້ ສະເໜີຮື້ຟື້ນຄະດີຄືນໃໝ່ 17 ເລື່ອງ ເທົ່າກັບ 4,25% ສິ່ງນີ້ ໄດ້ສະແດງໃຫ້ເຫັນວ່າ: ການຄົ້ນຄວ້າແກ້ໄຂຄະດີຂອງອົງການໄອຍະການປະຊາຊົນຂັ້ນຕ່າງໆ ໄດ້ຮັບການພັດທະນາ ສູ່ຄຸນນະພາບເປັນລຳດັບ ໂດຍຮັບປະກັນຄວາມຖືກຕ້ອງ, ຍຸຕິທຳ, ໂປ່ງໃສ ແລະ ທັນກຳນົດເວລາທີ່ກົດໝາຍໄດ້ກຳນົດ, ພ້ອມນັ້ນ ໄດ້ປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ, ສ້າງນິຕິກຳລຸ່ມກົດໝາຍຄື: ຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍພະນັກງານ-ໄອຍະການ ແລະ ຜູ້ຊ່ວຍ, ຂໍ້ຕົກລົງວ່າດ້ວຍມາດຖານຕຳແໜ່ງບໍລິຫານຂອງລັດຖະກອນອົງການໄອຍະການ, ປຶ້ມຄູ່ມືກ່ຽວກັບການດຳ ເນີນຄະດີອາຍາ ແລະ ການດຳເນີນຄະດີແພ່ງ, ປຶ້ມຄູ່ມືການນຳໃຊ້ 7 ມາດຕະການສະກັດກັ້ນ, ຄຳແນະນຳຮ່ວມກ່ຽວກັບການປ່ອຍຕົວນັກໂທດກ່ອນກຳນົດໂດຍມີເງື່ອນໄຂ, ປຶ້ມຄູ່ມືກ່ຽວກັບຫລັກຖານໃນຄະດີອາຍາ, ແຜນວາດກ່ຽວກັບການດຳເນີນຄະດີອາຍາ, ຄຳແນະນຳກ່ຽວກັບການເຂົ້າຮ່ວມການດຳເນີນຄະດີແພ່ງ, ຄຳແນະນຳກ່ຽວກັບການບໍລິຫານຄະດີຄົບວົງຈອນເຫລົ່ານີ້ເປັນຕົ້ນ. ເວົ້າລວມແລ້ວ ວຽກງານໄອຍະການປະຊາຊົນ ແຕ່ລະດ້ານໄດ້ຮັບການພັດທະນາຕື່ມກ້າວໜຶ່ງເປັນຕົ້ນ ກົງຈັກການຈັດຕັ້ງຂອງອົງການໄອຍະການປະຊາຊົນຂັ້ນຕ່າງໆ ໄດ້ັບການປັບປຸງບູລະນະ ແລະ ມີຄວາມເຂັ້ມແຂງກວ່າເກົ່າ, ຖັນແຖວບຸກຄະລາກອນ ໄດ້ຮັບການພັດທະນາສູ່ຄຸນນະພາບເທື່ອລະກ້າວ, ຄຸນນະພາບ ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ໄດ້ຮັບການຍົກສູງຂຶ້ນ ແລະ ພື້ນຖານໂຄງລ່າງ ໄດ້ຮັບການປັບປຸງ ແລະ ກໍ່ສ້າງໃໝ່, ອົງການໄອຍະການປະຊາຊົນພາກມີ 1 ແຫ່ງ, ແຂວງ 5 ແຫ່ງ ແລະ ເຂດ 25 ແຫ່ງ, ຫາງສຽງຈົ່ມວ່າຂອງສັງຄົມ ຕໍ່ອົງການໄອຍະການປະຊາຊົນຫລຸດລົງ.

          ສະເພາະໃນປີ 2016, ອົງການໄອຍະການຍັງໄດ້ເອົາໃຈໃສ່ຍົກສູງຄຸນນະພາບຕິດ ຕາມກວດ ກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ໂດຍເພີ່ມທະວີການຕິດຕາມກວດກາການປະຕິບັດກົດໝາຍໃນຂະບວນການຍຸຕິທຳເປັນຕົ້ນ ຕິດຕາມກວດກາອົງການສືບສວນ-ສອບສວນ, ຕິດຕາມກວດກາການປະຕິບັດກົດໝາຍຢູ່ຄ້າຍຄຸມຂັງ-ດັດສ້າງ, ຕິດຕາມກວດກາອົງການສືບສວນ-ສອບສວນ, ຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ກໍຄືການດຳເນີນຄະດີຂອງສານບົນພື້ນຖານຂໍ້ຕົກລົງຂອງຄະນະປະຈຳສະພາແຫ່ງຊາດ, ພ້ອມນັ້ນ ຍັງໄດ້ສູ້ຊົນຄົ້ນຄວ້າແກ້ໄຂຄະດີໃຫ້ມີຄຸນນະພາບໄດ້ບັນລຸເລື່ອນຄາດໝາຍທີ່ວາງໄວ້, ໂດຍຮັບປະກັນຄວາມຖືກ ຕ້ອງ, ໂປ່ງໃສ, ຍຸຕິທຳ ແລະ ທັນເວລາທີ່ກົດໝາຍໄດ້ກຳນົດໄວ້, ເຮັດໃຫ້ຫາງສຽງຈົ່ມວ່າຂອງສັງຄົມຕໍ່ອົງການໄອຍະການປະຊາຊົນຫລຸດລົງ, ເປັນການປະກອບສ່ວນໃຫ້ການຄຸ້ມຄອງລັດດ ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍມີຄວາມເຂັ້ມງວດກວ່າເກົ່າ, ສັງຄົມມີຄວາມຍຸຕິທຳຫລາຍຂຶ້ນ.

No comments:

Post a Comment